ປັບປຸງກົດໝາຍວ່າດ້ວຍສື່ມວນຊົນແນໃສ່ຫັນລັດຖະທຳມະນູນປີ2013ເປັນລະອຽດ

ປັບປຸງກົດໝາຍວ່າດ້ວຍສື່ມວນຊົນແນໃສ່ຫັນລັດຖະທຳມະນູນປີ2013ເປັນລະອຽດ - ảnh 1
(ພາບປະກອບ)

(vovworld) – ​​ ​ເລື່ອງ​ປັບປຸງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ ​ເພື່ອ​ແນ​ໃສ່​ຫັນ​​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ປີ 2013 ​ເປັນ​ລະ​ອຽ​ດ, ພ້ອມ​ທັງສ້າງ​ກອບ​ກົດໝາຍ​ເພື່ອ​​ໃຫ້ສື່​ມວນ​ຊົນ​ພັດທະນາ​ຢ່າງ​ປອດ​ໃສ, ມີ​ປະສິດທິ​ຜົນ ​ແລະ ຖືກ​ທິດ, ຖືກ​ກົດໝາຍ. ນັ້ນ​ແມ່ນ​ຄຳ​ເຫັນ​ຂອງ​​ສະມາຊິກ​ສະພາ​ແຫ່ງ​ຊາດສ່ວນ​ຫລາຍ ​ເມື່ອ​ປຶກສາ​ຫາລື​ກ່ຽວ​ກັບ​ຮ່າງກົດໝາຍວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ​ໃນ​ຕອນ​ເຊົ້າ​ວັນ​ທີ 26/11 ຢູ່​ກອງ​ປະຊຸມ​ສະ​ໄໝ​ສາມັນ​ເທື່ອ​ທີ 10, ສະພາ​ແຫ່ງ​ຊາດ​ຊຸດ​ທີ 13. ຈຸດ​ໃໝ່​ຂອງ​ຮ່າງ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ (ສະບັບ​ປັບປຸງ) ​ເມື່ອ​ທຽບ​ໃສ່​ກັບ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ທີ່ໄດ້​ປະກາດ​ໃຊ້​ໃນ​ປະຈຸ​ບັນ ​ແມ່ນ​ເພີ່ມ​ເຕີມຕື່ມ​ອີກ 1 ພາກ​ກ່ຽວ​ກັບ​ສິດ​ເສລີ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ, ສິດ​ເສລີ​​ໃນ​ການສະ​ແດງ​ແນວ​ຄິດ​ໃນ​ສື່​ມວນ​ຊົນ. ທ່ານ ຫງວຽນ​ງ້ອກ​ເຟືອງ ຮອງ​ຫົວໜ້າ​ຄະນະ​ສະມາຊິກ​ສະພາ​ແຫ່ງ​ຊາດ​ແຂວງ ກວາງ​ບິ່ງ ຖື​ວ່າ:

        “ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ຄັ້ງ​ນີ້ ​ໄດ້​ຮັບ​ການ​ຜັນ​ຂະຫຍາຍ​ຕາມ​ເນື້ອ​ໃນ​ຈິດ​ໃຈ​ຂອງ​ລັດຖະທຳ​ມະນູນ​ປີ 2013. ນັ້ນ​ແມ່ນ​ເປີດ​ກ້ວາງ​ສິດ​ປະຊາທິປະ​ໄຕ, ສິດ​ເສລີ, ສິດ​ເປັນ​ເຈົ້າ ​ແລະ ກໍ​ເພີ່ມ​ທະວີ​ບົດບາດຄວາ​ມ​ຮັບຜິດຊອບ​ຂອງ​ສື່​ມວນ​ຊົນ​ສຳລັບ​ສັງຄົມ. ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​​ໄດ້​ມີ​ການ​ປັບປຸງ​ສຳຄັນ​ທີ່​ສຸດ. ພິ​ເສດ ​ໃນ​ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ຄັ້ງ​ນີ້ ​ໄດ້​ບູລະນະ​ກົງຈັກ​ການຈັດ​ຕັ້ງ ​ແລະ ບົດບາດ​ໜ້າ​ທີ່ຂອງ​ສື່​ມວນ​ຊົນ”.

        ກົດໝາຍ​ວ່າ​ດ້ວຍ​ສື່​ມວນ​ຊົນ​ຄັ້ງ​ນີ້ ​ໄດ້​ຮັບ​ການ​ປັບປຸງ​ຕາມ​ທິດ​ເພີ່ມ​ທະວີ​ການ​ຊີ້​ນຳ​ນຳພາ, ຄຸ້ມ​ຄອງ​ຂອງ​ພັກ, ລັດ ຕາມ​ທິດ​ນຳ​ພັດທະນາ​ຕິດພັນ​ກັບ​ການ​ຄຸ້ມ​ຄອງ. ບັນດາ​ສະມາ​ຊິກ​ສະພາ​ແຫ່ງ​ຊາດ​ໃສ່​ໃຈ​ເຖິງ​ຄວາມເສລີ​ໃນ​ການສະ​ແດງ​ແນວ​ຄິດ, ຄວາມ​ເສລີ​ໃນ​ການ​ເຄື່ອນ​ໄຫວ​ສື່​ມວນ​ຊົນ ​ແຕ່​ຕ້ອງປະຕິບັດ​ລັດຖະທຳ​ມະນູນ ​ແລະ ກົດໝາຍ. ບໍ່​ມີ​ສິດນຳ​ໃຊ້ ຫລື ​ສວຍ​ໃຊ້​ສິດ​ດັ່ງກ່າວ ​ເພື່ອ​ສົ່ງຜົນ​ຮ້າຍ​ເຖິງ​ປະ​ເທດຊາດ ​ແລະ ຜົນ​ປະ​ໂຫຍ​ດຂອງ​ຜູ້​ອື່ນ.   

ຂ່າວ/ບົດ​ອື່ນ