ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ຢູແກຼນ

ປັບປຸງການພົວພັນມິດຕະພາບທີ່ເປັນມູນເຊື້ອຫວຽດນາມ-ຢູແກຼນ - ảnh 1
ຄະນະຜູ້​ແທນ ສະພາ​​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​​ແຫ່ງ​ຊາດ ຮິ່ງງອກ​ເຊີນ ມີ​ການເຮັດ​ວຽກ ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຢູ​ແກຼນ Pavlo Lebedev
(ພາບ: Đoan Hải)


(vovworld) - ຄະນະຜູ້​ແທນ ສະພາ​​ແຫ່ງ​ຊາດ ຫວຽດນາມ ​ໂດຍ​ທ່ານ​ຮອງ​ປະທານ​ສະພາ​​ແຫ່ງ​ຊາດ ຮິ່ງງອກ​ເຊີນ ນຳ​ໜ້າ, ມີ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ ຢູ່ ຢູ​ແກຼນ ​ແຕ່​ວັນ​ທີ 4 – 7/12. ​ໃນ​ວັນ​ທີ 4/12, ຄະນະ ມີ​ການ​ເຮັດ​ວຽກ​ກັບ​ລັດຖະມົນຕີ​ກະຊວງ​ປ້ອງ​ກັນ​ປະ​ເທດ ຢູ​ແກຼນ Pavlo Lebedev. 2 ຝ່າຍ​ປາດ​ຖະໜາ​ຢາກ​ເພີ່ມ​ທະວີ​ການ​ແລກປ່ຽນ​ບັນດາ​ການ​ຢ້ຽມຢາມ​ຂັ້ນ​ສູງ​ລະຫວ່າງ​ກະຊວງ​ປ້ອງ​ກັນ​ປະ​ເທດ 2 ປະ​ເທດ ​ເພື່ອ​ແນ​ໃສ່​ແບ່ງປັນ​ບົດຮຽນ​ໃນ​ການ​ຮ່ວມ​ມື​ດ້ານການ​ທະຫານ, ຍູ້​ແຮງ​ການ​ເຈລະຈາ ​ແລະ ປະຕິບັດ​ບັນດາ​ສັນຍາ, ຂໍ້​ຕົກລົງ​ກ່ຽວ​ກັບ​ການ​ຮ່ວມ​ມື​ປ້ອງ​ກັນ​ປະ​ເທດ​ຮັບປະກັນ​ຜົນ​ປະ​ໂຫຍ​ດຂອງ​ທັງ 2 ປະ​ເທດ. ທ່ານ​ຮອງ​ປະທານ​ສະພາ​ແຫ່ງ​ຊາດ ຮິ່ງງອກ​​ເຊີນ ສະ​ເໜີ​ໃຫ້​ກະຊວງ​ປ້ອງ​ກັນ​ປະ​ເທດ ຢູ​ແກຼນ ສະຫງວນ​ໃຫ້ ຫວຽດນາມ​ບັນດາ​ທຶນ​ສຶກສາ​ບຳລຸງ​ສ້າງ​​ດ້ານ​ການ​ທະຫານ​ຢູ່​ຮາກ​ຖານ​ບຳລຸງ​ສ້າງ​ຂອງ ຢູ​ແກຼນ, ​ແບ່ງປັນ​ບົດຮຽນ​ໃນ​ການ​ຮ່ວມ​ມື​ການ​ທະຫານ​ສາກົນ ​ແລະ ຊ່ວຍ ຫວຽດນາມ​ ​ໃນ​ວິວັດ​ການ​ກະກຽມ, ​ເຂົ້າ​ຮ່ວມ​ບັນດາ​ການ​ເຄື່ອນ​ໄຫວ​ຮັກສາ​ສັນຕິພາບ​ຂອງ ສປຊ. ຫວຽດນາມ ກໍ່​ຫວັງ​ວ່າ: ກະຊວງ​ປ້ອງ​ກັນ​ປະ​ເທດ ຢູ​ແກຼນ ຈະ​ສົ່ງ​ພະນັກງານ​ເຂົ້າ​ຮ່ວມ​ບັນດາ​ຊຸດ​ຮຽນ​ພາສາ ຫວຽດນາມ ​ແລະ ຊຸດ​ຮຽນ​ສະຫງວນ​ໃຫ້​​ເຈົ້າ​ໜ້າ​ທີ່​ປ້ອງ​ກັນ​ປະ​ເທດ ບັນດາ​ປະ​ເທດ​ຢູ່ ຫວຽດນາມ.

    ກ່ອນ​ໜ້າ​ນັ້ນ​, ຄະນະຜູ້​ແທນ ສະພາ​​ແຫ່ງ​ຊາດ ຫວຽດນາມ ​ໄດ້​ໄປຢ້ຽມຢາມ ວິທະຍາຄານ​ການ​ທະຫານ ຢູ​ແກຼນ ​ແລະ ມີ​ການ​ໂອ້​ລົມ​ສົນທະນາ​ກັບ​ພະນັກງານ ສະຖານ​ທູດ​ຫວຽດນາມ ປະຈຳ ຢູ​ແກຼນ.

 

 

ຂ່າວ/ບົດ​ອື່ນ