ປະກອບຄຳເຫັນໃສ່ແຜນຮ່າງກໍ່ສ້າງເຂດປົກຄອງເສດຖະກິດພິເສດ ຟຸ໋ກ໋ວກ

ປະກອບຄຳເຫັນໃສ່ແຜນຮ່າງກໍ່ສ້າງເຂດປົກຄອງເສດຖະກິດພິເສດ ຟຸ໋ກ໋ວກ - ảnh 1
ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ເປັນ​ປະທານ​ກອງ​ປະຊຸ​ມ
(ພາບ: vietnamplus.vn)


(vovworld) - ຕອນ​ເຊົ້າ​ວັນ​ທີ 16 ກັນຍາ, ຢູ່​ເມືອງ​ເກາະ ຟຸ໋ກ໋ວກ, ​ແຂວງ​ກຽນ​ຢາງ, ທ່ານ​ຮອງ​ນາຍົກລັດຖະມົນຕີ, ຫົວໜ້າ​ຄະນະ​ຊີ້​ນຳ​ເຂດ​ຕາ​ເວັນ​ຕົກ​ພາກ​ໃຕ້​ຂອງ​ຫວຽດນາມ ຫວູວັນ​ນິງ ​ໄດ້​ເປັນ​ປະທານ​ກອງ​ປະຊຸ​ມສຳ​ມະ​ນາ​ວິທະຍາສາດ “ປະກອບ​ຄຳ​ເຫັນ​ໃສ່​​ແຜນຮ່າງ​ກໍ່ສ້າງ​ເຂດ​ປົກຄອງ​ເສດຖະກິດ​ພິ​ເສດ ຟຸ໋ກ໋ວກ”. ທີ່​ກອງ​ປະຊຸມ​ສຳ​ມະ​ນາ, ຄະນະ​ກຳມະການ​ປະຊາຊົນ​ແຂວງ​ກຽນ​ຢາງ ​ໄດ້​ສະ​ເໜີ​ແຜນການກໍ່ສ້າງ​ເຂດ​ປົກຄອງ​ເສດຖະກິດ​ພິ​ເສດ ຟຸ໋ກ໋ວກ ຂຶ້ນ​ກັບ​ແຂວງ. ​ເຊິ່ງຕາມ​ນັ້ນ​ແລ້ວ, ​ເຂດ​​ເສດຖະກິດ​ພິ​ເສດ​ມີລະບົບການປົກຄອງ 2 ຂັ້ນ​​ນັ້ນແມ່ນ ​ຂັ້ນເຂດພິເສດ ​ແລະ ຂັ້ນ​ບັນດາຕາ​ແສງ.

        ກ່າວ​ຄຳ​ເຫັນ​ສະຫຼຸບ​ກອງ​ປະຊຸມ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ຢືນຢັນ​ວ່າ, ການກໍ່ສ້າງ​ຟຸ໋ກ໋ວກ ​ໃຫ້ກາຍ​ເປັນ​ເຂດ​ປົກຄອງ​ເສດຖະກິດ​ພິ​ເສດ ຫຼື ຊອກ​ຫາ​ກົນ​ໄກ​ພິ​ເສດ​ເພ່ືອ​ໃຫ້​ຟຸ໋ກ໋ວກ ພັດທະນາ ​ແມ່ນ​ຄວາມ​ຮຽກຮ້ອງ​ທີ່​ຈຳ​ເປັນ. ​ແຕ່​ວ່າ, ​ເພື່ອ​ເຮັດ​ໄດ້​ສິ່ງ​ດັ່ງກ່າວ, ຕ້ອງ​ມີ​ກົນ​ໄກ​ນະ​ໂຍບາຍ​ຢ່າງ​ກ້າວ​ກະ​ໂດດ​ຂັ້ນ, ມີ​ຄວາມ​ແຮງ ​ແລະ ​ຕ່າງຫາກ. ​ໃນ​ຕໍ່ໜ້າ, ຕ້ອງ​ສືບ​ຕໍ່ກວ​ດກາ ​ແລະ ສຳ​ເລັດ​ການ​ວາງ​ແຜນຜັງ​ໃຫ້​ເໝາະ​ສົມ​ກັບ​ການ​ເຊື່ອມ​ໂຍ​ງ​ເຂົ້າ​ກັບ​ສາກົນ; ເດັດດຽວລົບລ້າງ, ດັດປັບບັນດາ​ແຜນກຳນົດ​ທີ່​ບໍ່​ເໝາະ​ສົມ.

ຂ່າວ/ບົດ​ອື່ນ