ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ

ປະກອບສ່ວນສ້າງຄວາມໄວ້ເນື້ອເຊື່ອໃຈຢ່າງແທ້ຈິງ - ảnh 1
(ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ ລັດຖະມົນຕີ​ຊ່ວຍ​ວ່າ
ການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ)

(vovworld) - ລາຍການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ກຳລັງປ້ອງ​ກັນຊາ​ດຊາຍ​ແດນ ຫວຽດນາມ - ຈີນ ຄັ້ງ​ທີ 3 ຖືກ​ດຳ​ເນີນ​​ໃນ​ລະຫວ່າງວັນ​ທີ 28 – 31/03/2016 ຢູ່​ແຂວງ ລ້າງ​ເຊີນ (ຫວຽດນາມ) ​ແລະ ​ແຂວງ ກວາງ​ຊີ (ຈີນ). ລາຍ​ການ​ໄດ້​ຮັບ​ການຕີ​ລາຄາ​ວ່າ ມີ​ທີ່​ຕັ້ງ​ສຳຄັນ​ພິ​ເສດ​ໃນ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ ​ແລະ ຈີນ.

        ​ເມື່ອ​ຕອບ​ສຳພາດ​ຕໍ່​ນັກ​ຂ່າວ​ວິທະຍຸ​ກະຈາຍສຽງ ຫວຽດນາມ, ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ ຫວຽດນາມ ຢືນຢັນ​ວ່າ: ການ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດ​ແມ່ນ​ຂົງ​ເຂດ​ສຳຄັນ​ທີ່​ສຸດ​ໃນ​ການ​ພົວພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບດ້ານ ຫວຽດນາມ - ຈີນ ​ເພື່ອ​ແນ​ໃສ່​ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ຢ່າງແທ້​ຈິງ ບົນ​ພື້ນຖານ​ນັ້ນ ພັດທະນາ​ບັນດາ​ການ​ພົວພັນ​ອື່ນ. ທ່ານ​ພົນ​ໂທ ຫງວຽນ​ຈີ໋ວີ້ງ ​ໃຫ້​ຮູ້​ວ່າ:

        “ການ​ພົບ​ປະ​ແລກປ່ຽນ​ປ້ອງລະຫວ່າງ​ກຳລັງ​ກັນຊາ​ດຊາຍ​ແດນ​ມີ​ທີ່​ຕັ້ງ​ສຳຄັນ​ພິ​ເສ​ດ​ໃນ​ບັນດາ​ເນື້ອ​ໃນ​ຮ່ວມ​ມື​ດ້ານ​ປ້ອງ​ກັນຊາ​ດລະຫວ່າງ ຫວຽດນາມ ​ແລະ ຈີນ. 2 ຝ່າ​ຍ​ໄດ້​ມີ​ບັນດາ​ການ​ເຄື່ອນ​ໄຫວຢ່າງ​ແທດ​ຈິງ, ມີ​ເນື້ອ​ໃນ​ແລກປ່ຽນ​ຢ່າງ​ກົງ​ໄປ​ກົງ​ມາ​ທີ່​ສຸດ ທັງ​​ແມ່ນ​ການປັບປຸງ​ປ້ອງ​ກັນ​ຄວາມ​ສະຫງົບ​ປອດ​ໄພຢູ່​ເຂດ​ຊາຍ​ແດນ ທັງ​ແມ່ນ​ການ​ເຄື່ອນ​ໄຫວ​ຮ່ວມ​ມື ​ເພື່ອ​ຊ່ວຍ​​ໃຫ້ປະຊາຊົນ​ຢູ່​ເຂດ​ຊາຍ​ແດນ​ມີ​ເງື່ອນ​ໄຂ​ດີ​ກ່ວາ ​ເພື່ອ​ພັດທະນາ​ເສດຖະກິ​ດ - ສັງຄົມ ​ແລະ ​ເພີ່ມ​ທະວີ​ການ​ພົບ​ປະ​ແລກປ່ຽນ”.

        ​ເນັ້ນ​ໜັກ​ເຖິງ​ບັນດາ​ໝາກຜົນ​ທີ່​ບັນລຸ​ໄດ້​ພາຍຫລັງ​ເຂົ້າ​ຮ່ວມ​ການ​ພົບ​ປະ​ແລກປ່ຽນ​ 3 ຄັ້ງ, ທ່ານ​ ຫງວຽນ​ຈີ໋ວີ້ງ ຖື​ວ່າ:

        “ກ່ອນ​ອື່ນໝົດ ການ​ຮ່ວມ​ມື​ປ້ອງ​ກັນຊາ​ດ​ແມ່ນ​ມີລັກສະນະ​ເປັນສັນຍາ​ລັກ, ​ແຕ່ຖ້າ​ຫາກພຽງ​ແຕ່​ເປັນ​ສັນ​ຍາ​ລັກ ຊຶ່ງ​ເທົ່າ​ນັ້ນ ນັ້ນຈະ​ບໍ່​​ໝັ້ນຄົງ. ​ບໍ່​ນຳ​ມາ​​ເຊິ່ງຄວາມ​ໄວ​້​ເນື້ອ​ເຊື່ອ​ໃຈດ້ານ​ການ​​ເມືອງ. ສະ​ນັ້ນ ຫວຽດນາມ ​ແລະ ຈີນ ຕ້ອງ​ພະຍາຍາມ​ມີ​ການ​ຮ່ວມ​ມື​ຢ່າງແທ້​ຈິງ ​ແລະ ການ​ພົບ​ປະ​ແລກປ່ຽນ​ກຳລັງປ້ອງ​ກັນຊາ​ດຊາຍ​ແດນ​ແມ່ນ​ເນື້ອ​ໃນ​ຮ່ວມ​ມື​ແທດ​ຈິງ​ທີ່​ສຸດ. ​

        ການ​ພົບ​ປະ​ແລກປ່ຽນ​ມິດຕະພາບ​ລະຫວ່າງ​ກຳລັງປ້ອງ​ກັນຊາ​ດ​ຊາຍ​ແດນ ຫວຽດນາມ - ຈີນ ປີ 2016 ມີ​ການ​ເຂົ້າ​ຮ່ວມ​ຂອງ​ບັນດາ​ພະນັກງານຜູ້ບັນຊາການ​ສູງ​ສຸດ​ຂອງ​ກອງທັບ 2 ປະ​ເທດ​ຄື​ລັດຖະມົນຕີ​ວ່າການ​ກະຊວງ​ປ້ອງ​ກັນ​ປະ​ເທດ, ບັນດາ​ລັດຖະມົນຕີ​ຊ່ວຍ​ວ່າ​ການ​ກະຊວງ​ປ້ອງ​ກັນ​ປະ​ເທດ.

 

ຂ່າວ/ບົດ​ອື່ນ