ປະກາດບົດລາຍການການສົ່ງອອກ ນຳເຂົ້າຂອງ ຫວຽດນາມ 2017

(VOVWORLD) - ບົດລາຍງານໂດຍກະຊວງອຸດສາຫະກຳ ການຄ້າ ຈຳໜ່າຍປະຈຳປີ, ເພື່ອແນໃສ່ສະໜອງແຫຼ່ງຂໍ້ມູນ ແລະ ຂໍ້ມູນຂ່າວສານມີຜົນປະໂຫຍດກ່ຽວກັບຂະແໜງອຸດສາຫະກຳ
ປະກາດບົດລາຍການການສົ່ງອອກ ນຳເຂົ້າຂອງ ຫວຽດນາມ 2017 - ảnh 1 ພິທີປະກາດໃນວັນທີ 22 ມີນາ

ກະຊວງອຸດສາຫະກຳ ການຄ້າ ຫວຽດນາມ ໄດ້ຈັດຕັ້ງພິທີປະກາດບົດລາຍງານການສົ່ງອອກ - ນຳເຂົ້າຂອງ ຫວຽດນາມ 2017 ໃນຕອນເຊົ້າວັນທີ 22 ມີນາ, ຢູ່ນະຄອນ ໂຮ່ຈີມິນ. ບົດລາຍງານໂດຍກະຊວງອຸດສາຫະກຳ ການຄ້າ ຈຳໜ່າຍປະຈຳປີ, ເພື່ອແນໃສ່ສະໜອງແຫຼ່ງຂໍ້ມູນ ແລະ ຂໍ້ມູນຂ່າວສານມີຜົນປະໂຫຍດກ່ຽວກັບຂະແໜງອຸດສາຫະກຳ ການຄ້າເວົ້າລວມ ແລະ ການເຄື່ອນໄຫວສົ່ງອອກ - ນຳເຂົ້າເວົ້າສະເພາະ ໃຫ້ບັນດາອົງການຄຸ້ມຄອງຂອງລັດ, ຫົວໜ່ວຍກ່ຽວຂ້ອງ ແລະ ປະຊາຄົມວິສາຫະກິດ.

        ຕາມເນື້ອໃນຂອງບົດລາຍງານແລ້ວ, ປີ 2017 ໄດ້ຮັບການຕີລາຄາວ່າແມ່ນປີປະສົບຜົນສຳເລັດຂອງການສົ່ງອອກ. ເປັນຄັ້ງທຳອິດການສົ່ງອອກຂອງ ຫວຽດນາມ  ລື່ນກາຍຄາດໝາຍ 200 ຕື້ USD. ໄລ່ລວມທັງປີ, ການສົ່ງອອກຂອງທົ່ວປະເທດບັນລຸໄດ້ກ່ວາ 214 ຕື້ USD, ເພີ່ມຂຶ້ນ 21% ເມື່ອທຽບໃສ່ປີ 2016, ລື່ນກາຍຫຼາຍເມື່ອທຽບໃສ່ຄາດໝາຍຂອງສະພາແຫ່ງຊາດ ແລະ ລັດຖະບານມອບໃຫ້ຂະແໜງອຸດສາຫະກຳ ການຄ້າ. ໄປຄຽງຄູ່ກັບລະດັບການເຕີບໂຕດີພໍສົມຄວນ, ໂຄງປະກອບສິນຄ້າສົ່ງອອກຂອງປີ 2017 ສືບຕໍ່ໄດ້ຮັບການຫັນປ່ຽນຕາມທິດຕັ້ງໜ້າ, ຮັບປະກັນການກຳນົດທິດໄດ້ວາງອອກໃນຍຸດທະສາດການສົ່ງອອກ ນຳເຂົ້ົ້າສິນຄ້າໄລຍະ 2011 – 2020, ກຳນົດທິດຮອດປີ 2030.

ຕອບກັບ

ຂ່າວ/ບົດ​ອື່ນ