ປະກາດບົດລາຍງານການພັດທະນາມະນຸດທົ່ວໂລກປີ 2014

ປະກາດບົດລາຍງານການພັດທະນາມະນຸດທົ່ວໂລກປີ 2014 - ảnh 1
(ປະກາດ​ບົດ​ລາຍ​ງານ​ການພັດທະນາ​ມະນຸດ​ທົ່ວ​ໂລກ​ປີ 2014)

(vovworld) – ບົດ​ລາຍ​ງານການພັດທະນາ​ມະນຸດ​ທົ່ວ​ໂລກ​ປີ 2014 ​ໄດ້​ຮັບ​ການ​ປະກາດ​ໃນ​ວັນ​ທີ 11/09, ຢູ່​​ຮ່າ​ໂນ້ຍ, ດ້ວຍ​ຫົວ​ຂໍ້​ວ່າ “ຮັກສາ​ຜົນງານ​ພັດທະນາ​ມະນຸດ: ຫຼຸດຜ່ອນ​​ໄພ​ຖືກ​ຄວາມສ່ຽງ​ ​ແລະ ​ເພີ່ມ​ທະວີ​ການ​ຮັບ​ມື, ຟື້ນ​ຟູ”.

        ບົດ​ລາຍ​ງານ​ຊີ້​ແຈ້ງວ່າ, ສຳລັບ ຫວຽດນາມ ​ແມ່ນ​ປະ​ເທດທີ່​ມີ​ລາຍ​ຮັບ​ປານ​ກາງ ຫາ​ກໍ່​ພົ້ນ​ເດັ່ນ, ບັນດາ​ຜົນງານ​ທີ່​ບັນລຸ​ໄດ້​ແມ່ນ​ໜ້າ​ຮັບ​ຮູ້ ​ແຕ່​ບັນດາ​ຄວາມ​ສ່ຽງ​ປະກົດຂຶ້ນ​ໃໝ່ ຍ້ອນ​ຜົນ​ກະທົບ​ຈາກ​ການ​ອົບ​ພະຍົບ, ການຫັນ​ເປັນ​ຕົວ​ເມືອງ, ພົນລະ​ເມືອງທີ່​ມີ​ອາຍູສູງ, ການ​ປ່ຽນ​ແປງ​ຂອງ​ສັງຄົມ… ບັນດາຄວາມ​ກົດ​ດັນ​ເພີ່ມ​ຂຶ້ນຍ້ອນ​ການພົວພັນແລກປ່ຽນ​ກັບ​ພື້ນຖານເສດຖະກິດ​ໂລກ​ຫຼາຍ​ກວ່າ. ການ​ປະຕິ​ຮູບ​ບໍ່​ທ່ວງທັນ​ກັບ​ການ​ປ່ຽນ​ແປງ​ໃນ​ຂົງ​ເຂດ​ເສດຖະກິດ, ທີ່​ຕັ້ງ​ດ້ານ​ພູມ​ສາດ​ນຳ​ມາ​​ເຊິ່ງຄວາມ​ສະດວກ ​ແຕ່​ກໍ​​ໄດ້ກໍ່​ຄວາມ​ກົດ​ດັນ​ໃນ​ບັນຫາ​ພູມ​ສາດ​ການ​ເມືອງ​ຄື​ບັນຫາ​ທະ​ເລ​ຕາ​ເວັນ​ອອກ​ໃນ​ໄລຍະ​ມໍ່ໆ​ມາ​ນີ້.

        ທ່ານ​ນາງ Pratibaha Mehta, ຫົວໜ້າ​ຜູ້ຕາງໜ້າ UNDP ປະຈຳ​ຫວຽດນາມ ​ໄດ້​ຍົກ​ອອກ​ຄຳ​ກ່າວ​ເຕືອນ​ທີ່​ກ່ຽວ​ຂ້ອງ​ເຖິງ​ການ​ຫຼຸດຜ່ອນ​ຄວາມທຸກ​ຍາກ, ພັດທະນາ​ເສດຖະກິດ​ສັງຄົມ, ພັດທະນາ​​ແຫຼ່ງຊັບພະຍາກອນມະນຸດ ​ແລະ ຕະຫຼາດ​ແຮງ​ງານ. ​ຕາມ​ນັ້ນ​ແລ້ວ, ລັດ​ຕ້ອງ​​ຮັບ​ຜິດ​ຊອບ​ໜ້າ​ທີ່ຮັບປະກັນ​ໃຫ້​ຄົນ​ທຸກ​ຍາກ ​ແລະ ຜູ້ຖືກ​ຄວາມ​ສ່ຽງ​ໄພ​ສູງ​ກວ່າ​ເພີ່ນ, ຄວາມ​ສາມ​າດສຳ​ພັດ​ກັບ​ການ​ບໍລິການ​ພື້ນຖານ, ຊຸກຍູ້​ທັກ​ສະ ​ແລະ ວິວັດ​ການ​ເຂົ້າ​ຮ່ວມ​ບັນດາ​ວຽກ​ງານ​ທີ່​ມີ​ລາຍ​ຮັບ​ຕົວ​ຈິງ. ຕ້ອງ​ສ້າງ​ຕັ້ງ​ລະບົບອຸປະ​ກະລະ​ສັງຄົມ​ຢ່າງ​ກວ້າງຂວາງຮັບປະກັນ​ວິທີ​ທຳ​ມາ​ຫາ​ກິນ ​ແລະ ​ຄວາມ​ສາມາດ​ພື້ນຖານ, ລະດັບ​ຄອງ​ຊີບ​ຮອບດ້ານ. ລັດ​ຕ້ອງ​ລົງທຶນ​ປະຕິ​ຮູບ​ລະບອບ​ຈາກ​ລະບົບ​ການ​ບໍລິຫານ​ລັດ, ຄຸ້ມ​ຄອງ​ເພື່ອຮັບ​ມື​ເປັນ​ຢ່າງ​ດີ​ກວ່າ, ຫຼຸດຜ່ອນ​ຄວາມ​ສ່ຽງ ​ແລະ ​ມີ​ຄວາມສາມາດ​ຮັບ​ມື​ກັບ​ຄວາມ​ສ່ຽງ​ໄພ.

ຂ່າວ/ບົດ​ອື່ນ