ປະ​ກາດລະ​ບົບ​ບັນ​ດາ​ເຫດ​ການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ການ​ເງິນ – Fintech

(VOVWORLD) - ລະບົບບັນດາເຫດການນີ້ແມ່ນເວທີປາໄສການໂອ້ລົມສົນທະນາລະຫວ່າງອົງການຄຸ້ມຄອງແຫ່ງລັດ, ວິສາຫະກິດ ແລະ ນັກຄົ້ນຄ້ວາ, ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຮີບດ່ວນ ແລະ ມາດຕະການແກ້ໄຂເພື່ອກຳນົດອະນາຄົດຂອງ Fintech ຢູ່ ຫວຽດນາມ.
ປະ​ກາດລະ​ບົບ​ບັນ​ດາ​ເຫດ​ການ​ກ່ຽວ​ກັບ​ເຕັກ​ໂນ​ໂລ​ຢີ​ການ​ເງິນ – Fintech - ảnh 1ພິທີປະກາດ (ພາບ: T.L/plo.vn)

ລະບົບບັນດາເຫດການ “Ho Chi Minh City Fintech Road 2025” ຈະດຳເນີນແຕ່ເດືອນມັງກອນຮອດເດືອນກໍລະກົດປີ 2025, ຢູ່ນະຄອນໂຮ່ຈີມິນ. ບັນດາການເຄື່ອນໄຫວລວມມີ: ບັນດາການແຂ່ງຂັນດ້ານວິຊາການສຳລັບນັກສຶກສາ ແລະ ວິສາຫະກິດເພື່ອແນໃສ່ຊອກຫາມາດຕະການແກ້ໄຂປະດິດຄິດສ້າງ ໃນຂົງເຂດການເງິນ, ນຳໃຊ້ບັນດາເຕັກໂນໂລຢີປັນຍາປະດິດ (AI), ກົງຈັກສາດ, ເຕັກໂນໂລຢີ blockchain ໃຫ້ແກ່ບັນດາເປົ້າໝາຍແມ່ນນັກສຶກສາ ແລະ ບັນດາວິສາຫາກິດ Startup ຈາກເຕັກໂນໂລຢີການເງິນ (Financial Teachnology), ບັນດາລາຍການບຳລຸງສ້າງທີ່ກ່ຽວຂ້ອງເຖິງບັນດາໂປແກຼມກ່ຽວກັບວິທະຍາສາດຂໍ້ມູນໃນຂົງເຂດການເງິນ ແລະ ການດຳເນີນທຸລະກິດ Fintech, ງານວາງສະແດງຂອງປະຊາຄົມບັນດາວິສາຫະກິດ Fintech, ບັນດາທະນາຄານ, ບັນດາວິສາຫະກິດເຕັກໂນໂລຢີ, ບັນດາໂຮງຮຽນ ແລະ ສະຖາບັນບຳລຸງສ້າງ. ສິ່ງທີ່ເປັນໜ້າສົນໃຈ, ນັ້ນແມ່ນ, ລະບົບບັນດາເຫດການນີ້ແມ່ນເວທີປາໄສການໂອ້ລົມສົນທະນາລະຫວ່າງອົງການຄຸ້ມຄອງແຫ່ງລັດ, ວິສາຫະກິດ ແລະ ນັກຄົ້ນຄ້ວາ, ເພື່ອແນໃສ່ປຶກສາຫາລືກ່ຽວກັບບັນດາບັນຫາຮີບດ່ວນ ແລະ ມາດຕະການແກ້ໄຂເພື່ອກຳນົດອະນາຄົດຂອງ Fintech ຢູ່ ຫວຽດນາມ.

ຕອບກັບ

ຂ່າວ/ບົດ​ອື່ນ