ປະຊາຄົມຊາວ ຫວຽດນາມ ອາໄສຢູ່ ອິດສະຣາແອັນ ຍັງປອດໄພຢູ່
(VOVWORLD) - ພໍ່ແມ່ປະຊາຊົນສ່ວນຫຼາຍຍັງດຳລົງຊີວິດເປັນປົກກະຕິ, ຈິດໃຈທ່ຽງທຳ ແລະ ບໍ່ມີຜູ້ເສຍຊີວິດ.
ຕາມຂໍ້ມູນຈາກສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອັນ ແລ້ວ, ຮອດຕອນເຊົ້າວັນທີ 14 ມິຖຸນາ, ຍັງບໍ່ທັນມີຂໍ້ມູນຄວາມເສຍຫາຍຢ່າງຮ້າຍແຮງຕໍ່ຊາວ ຫວຽດນາມ ປະຈຳ ອິດສະຣາແອັນ ພາຍຫຼັງການບຸກໂຈມຕີໂຕ້ຕອບດ້ວຍລູກສອນໄຟນຳວິຖີຂອງ ອີຣານ ແນໃສ່ ອິດສະຣາແອັນ ເກີດຂຶ້ນໃນຕອນຄ່ຳວັນທີ 13 ມິຖຸນາ ແລະ ຮຸ່ງເຊົ້າວັນທີ 14 ມິຖຸນາ.
ຜູ້ຕາງນ້າສະຖານທູດ ຫວຽດນາມ ໃຫ້ຮູ້ວ່າ, ພໍ່ແມ່ປະຊາຊົນສ່ວນຫຼາຍຍັງດຳລົງຊີວິດເປັນປົກກະຕິ, ຈິດໃຈທ່ຽງທຳ ແລະ ບໍ່ມີຜູ້ເສຍຊີວິດ. ສະຖານທູດ ຫວຽດນາມ ປະຈຳ ອິດສະຣາແອັນ ພວມສືບຕໍ່ຕິດຕາມສະພາບການຢ່າງໃກ້ຊິດ, ພ້ອມແລ້ວຈະໜູນຊ່ວຍພົນລະເມືອງໃນກໍລະນີຮີບດ່ວນ.