ພາບປະກອບ
|
(vovworld) - ວັນທີ 1/3, ສະຖານທູດ ຫວຽດນາມ ປະຈຳ ສ. ເກົາຫຼີ ໄດ້ຈັດຕັ້ງລາຍການຕອ້ນຮັບລະດູບານໃໝ່ປີ 2015 ເພື່ອແນໃສ່ນຳມາເຊິ່ງບັນຍາກາດຂອງບຸນເຕັດປະເພນີ ມາໃຫ້ພໍ່ແມ່ປະຊາຊົນຊາວ ຫວຽດນາມ ພວມດຳລົງຊີວິດ, ອອກແຮງງານ ແລະ ຮ່ຳຮຽນຢູ່ ສ. ເກົາຫຼີ. ທ່ານເອກອັກຄະລັດຖະທູດ ຟ້າມຫິ້ວຈີ໋, ໄດ້ຝາກຄຳອວຍພອນປີໃໝ່ເຖິງພໍ່ແມ່ປະຊາຊົນໃນປະຊາຄົມຊາວ ຫວຽດນາມ ຢູ່ ສ. ເກົາຫຼີ ເນື່ອງໃນໂອກາດປີໃໝ່ປີມະແມ 2015, ພ້ອມທັງຢັ້ງຢືນນະໂຍບາຍສະເໝີຕົ້ນສະເໝີປາຍຂອງພັກ ແລະ ລັດ ຫວຽດນາມ, ທີ່ຍາມໃດກໍ່ຖືພໍ່ແມ່ປະຊາຊົນອາໄສຢູ່ຕ່າງປະເທດແມ່ນພາກສ່ວນໜຶ່ງເຊິ່ງບໍ່ສາມາດຕັດແຍກອອກຈາກຊາດ ຫວຽດນາມ ໄດ້. ເນື່ອງໃນໂອກາດນີ້, ສະຖານທູດ ຫວຽດນາມ ປະຈຳ ສ. ເກົາຫຼີ ໄດ້ມອບຂອງຂວັນປີໃໝ່ ໃຫ້ແກ່ປະຊາຄົມຊາວ ຫວຽດນາມ ຢູ່ ສ. ເກົາຫຼີ, ສະມາຄົມນັກສຶກສາ ຫວຽດນາມ ປະຈຳ ສ. ເກົາຫຼີ, ຜູ້ຕາງໜ້າວົງຕະກຸນ ຫຼີ໋…
ກ່ອນໜ້ານັ້ນ, ວັນທີ 28/2, ຢູ່ນະຄອນ Nogent – sur – Marne, ຊານນະຄອນຫຼວງ ປາຣີ, ໄດ້ດຳເນີນລາຍການຕ້ອນຮັບປີໃໝ່ ປີມະແມ ທີ່ມີຊື່ວ່າ “ບຸນເຕັດຢູ່ບ້ານຂ້ອຍ” ດ້ວຍການເຄື່ອນໄຫວຕ່າງໆ ທີ່ເປັນເອກະລັກສະເພາະ ແລະ ຫຼາຍຮູບຫຼາຍແບບ. ລາຍການໂດຍປະຊາຄົມຊາວ ຫວຽດນາມ ອາໄສຢູ່ ຝຣັ່ງ ເປັນເຈົ້າພາບຈັດຕັ້ງ ແລະ ດຶງດູດຊາວ ຫວຽດນາມ ກ່ວາ 1.000 ຄົນທີ່ມາຈາກທຸກແຖບຖິ່ນຂອງປະເທດ ຝຣັ່ງເຂົ້າຮ່ວມ. ເປັນຄັ້ງທຳອິດ, ພິທີພາວະນາຂໍໃຫ້ຄວາມສະຫງົບສຸກໄດ້ຮັບການຈັດຕັ້ງໃນວັນບຸນຕ້ອນຮັບບຸນເຕັດ ຫວຽດນາມ, ຕອບສະໜອງຄວາມຕ້ອງການຂອງແຂກ ຫຼື ນັກອາສາສະໝັກທີ່ບໍ່ທັນມີໂອກາດໄປວັດໃນຕົ້ນປີ.