ປະຊາຄົມໂລກກ່າວປະນາມເຫດວາງລະເບີດທີ່ນອງເລືອດຢູ່ຊີຣີ

ປະຊາຄົມໂລກກ່າວປະນາມເຫດວາງລະເບີດທີ່ນອງເລືອດຢູ່ຊີຣີ - ảnh 1
ເຫດ​ວາງ​ລະ​ເບີດທີ່​ນອງ​ເລືອກ​ຢູ່ Damascus
(ພາບ: AFP)


(vovworld) -     ວັນ​ທີ 22/02, ທູດ​ພິ​ເສດ​ລວມຂອງ​ສະຫະ​ປະຊາ​ຊາດ ​ແລະ ສະຫະພັນ​ອາຣັບ (AL) Lakhdar Brahimi ​ໄດ້​ກ່າວປະນາມ​ເຫດ​ວາງ​ລະ​ເບີດທີ່​ນອງ​ເລືອກ​ຢູ່ Damascus ​ເມື່ອ​ວັນ​ທີ 21/02, ​ເຊິ່ງ​ເຮັດ​ໃຫ້ 100 ຄົນ​ເສຍ​ຊີວິດ ​ແລະ 250 ຄົນ​ຖືກ​ບາດ​ເຈັບ​​​​​ແມ່ນ "ໂທດສົງຄາມ”. ກ່ອນ​ໜ້າ​ນັ້ນ, ທ່ານ​ Lakhdar Brahimi ໄດ້​ສະ​ເໜີ​​ໃຫ້​ສະພາ​ຄວາມ​ໝັ້ນຄົງ​ສະຫະ​ປະຊາ​ຊາດ ສ້າງ​ຕັ້ງ​ກຸ່ມ​ສືບສວນ​ສາກົນ​ເອກະລາດ​ກ່ຽວ​ກັບ “ບັນດາ​ໂທດຄ້າຍ​ຄື​ກັນ” ຢູ່​ຊີຣີ. ທ່ານ​ນາງ Catherine Ashton, ຜູ້ຕາງໜ້າ​ຂັ້ນ​ສູງ​ຂອງ​ສະຫະພາບ​ເອີ​ລົບ (EU) ກ່ຽວ​ກັບ​ຄວາມ​ປອດ​ໄພ ​ແລະ ການ​ຕ່າງປະ​ເທດ ກໍ​ໄດ້​ກ່າວ​ປະນາມ​ເຫດ​ວາງ​ລະ​ເບີດ​ແມ່ນ “ການ​ກະທຳ​ທີ່​ໂຫດຮ້າຍ​ສາມານ​ທີ່​ບໍ່​ອາດ​ອ້າງ​ເຫດ​ຜົນ​ໄດ້”. ​ໂຄສົກ​ກະ​ຊວງການ​ຕ່າງປະ​ເທດ​ຈີນ ຮຸງ​ເລີຍ ກໍ​ຕຳ​ນິຕິ​ຕຽນ​ເຫດ​ບຸກ​ໂຈມຕີດັ່ງກ່າວ, ພ້ອມ​ທັງ​ຮຽກຮ້ອງ​ໃຫ້​ທຸກໆ​ຝ່າຍ​ທີ່​ກ່ຽວຂ້ອງ​ຈົ່ງປະຕິບັດ​ການ​ຢຸດ​ຍິງ ​ແລະ ​ເລີ່​ມ​ເຈລະຈາ​ດ້ານ​ການ​ເມືອງ​ເພື່ອ​ສ້າງ​ສັນ​ຕິ​ພາບ ​ແລະ ສະຖຽນ​ລະ​ພາບ​ຢູ່​ຊີຣີ.

ຂ່າວ/ບົດ​ອື່ນ