ປະຊາຄົມໂລກໜູນຊ່ວຍອາບການິດສະຖານແກ້ໄຂຜົນຮ້າຍຂອງເຫດການດິນເຊາະເຈື່ອນ

ປະຊາຄົມໂລກໜູນຊ່ວຍອາບການິດສະຖານແກ້ໄຂຜົນຮ້າຍຂອງເຫດການດິນເຊາະເຈື່ອນ - ảnh 1
ເຫດດິນເຊາະເຈື່ອນຢູ່ ອາບ​ກາ​ນິດ​ສະຖານ
(ພາບ: nhandan.com.vn)

(vovworld) – ຈຳນວນ​ຜູ້​ເສຍ​ຊີວິດ ​ແລະ ຫາຍ​ສາບ​ສູນ​ໃນ​​ເຫດ​ດິນ​​ເຊາະ​ເຈື່ອນ​ເຊິ່ງ​ເກີດ​ຂຶ້ນ​ຢູ່​ແຂວງ Badakhshan, ອາບ​ກາ​ນິດ​ສະຖານ ​ໃນ​ວັນ​ທີ 2/5 ສືບ​ຕໍ່​ເພີ່ມ​ຂຶ້ນ, ມາ​ຮອດ​ປະຈຸ​ບັນ, ​ໄດ້ຂຶ້ນ​ເຖິງ 2.700 ຄົນ. ວົງ​ການ​ເຈົ້າ​ໜ້າ​ທີ່ ອາບ​ກາ​ນິດ​ສະຖານ ​ໃຫ້​ຮູ້​ວ່າ: ການ​ເຄື່ອນ​ໄຫວ​ຊອກ​ຫາ​ຜູ້​ຫາຍ​ສາບ​ສູນ​ຖືກ​ຢຸດຕິ​ໄວ້ ຍ້ອນ​ເຮືອນ​ຊານ​ຖືກ​ປົງ​ເລິກ​ໃຕ້​ດິນ.

    ​ໃນ​ຂະນະ​ນັ້ນ, ປະຊາ​ຄົມ​ໂລກ​ພວມ​ພ້ອມ​ກັບ ອາບ​ກາ​ນິດ​ສະຖານ ສຸມ​ໃສ່​ທຸກໆ ຄວາມ​ມານະ​ພະຍາຍາມ ​ເພື່ອ​ແກ້​ໄຂ​ໄພພິບັດ​ນີ້. ສະຫະ​ປະຊາ​ຊາດ ​ໃຫ້​ຮູ້​ວ່າ: ໜ້າ​ທີ່​ຈຸດ​ສຸມ​ໃນ​ປະຈຸ​ບັນ​ແມ່ນ​ໜູນ​ຊ່ວຍ​ໃຫ້​ປະຊາຊົນ​ກ່ວາ 4.000 ຄົນ​ທີ່​ມີ​ເຮືອນ​ຊານຖືກ​ເພພັງ. ສປຊ ​ໄດ້​ສົມທົບ​ກັບ​ບັນດາ​ຄູ່​ຮ່ວມ​ມື​ຂອງ​ຕົນ ລະດົມ​ບັນດາ​ແຫຼ່ງກຳລັງ​ເພື່ອ​ແນ​ໃສ່​ຮັບປະກັນ​ດ້ານ​ທັນ​ຍາ​ຫານ, ນ້ຳ​ດື່ມ, ຢຸກຢາ​ຢ່າງ​ຄົບ​ຖ້ວນ. ບັນດາ​ທະຫານ​ຢູ່ NATO ຢູ່ ອາບ​ການ​ນິດ​ສະຖານ ສະ​ເໜີ​ໜູນ​ຊ່ວຍ​​ໃຫ້​ແກ່​ການ​ຊອກ​ຫາ ​ແລະ ກູ້​ໄພ​ກູ້​ຊີບຜູ້​ປະສົບ​ເຄາະ​ຮ້າຍ. ວັນ​ທີ 3/5, ສະຫະພາບ ​ເອີ​ລົບ ​ໃຫ້​ຮູ້​ວ່າ: ກຽມພ້ອມ​​ຊ່ວຍ​ເຫຼືອ​ໃຫ້​ແກ່​ປະ​ເທດ​ນີ້. ​ໃນ​ຂະນະ​ນັ້ນ, ທ່ານ​ປະທານາທິບໍດີ ອາ​ເມ​ລິ​ກາ Barack Obama ກໍ່​ຢືນຢັນ ວ່າ: ອາ​ເມ​ລິ​ກາ ກໍ່ກຽມພ້ອມ​ໜູນ​ຊ່ວຍ ອາບ​ກາ​ນິດ​ສະຖານ ຮັບ​ມື​ກັບ​ໄພພິບັດ.

 



ຂ່າວ/ບົດ​ອື່ນ