ປະຊາຊົນ ກຳປູເຈຍ ລົງຖະໜົນຄັດຄ້ານຝ່າຍຄ້ານເສກສັນປັ້ນແຕ່ງປະຫວັດສາດ

ປະຊາຊົນ ກຳປູເຈຍ ລົງຖະໜົນຄັດຄ້ານຝ່າຍຄ້ານເສກສັນປັ້ນແຕ່ງປະຫວັດສາດ - ảnh 1
ປະຊາຊົນ ກຳປູ​ເຈຍ ນັບ​ໝື່ນຄົນ ​ໄດ້​ລົງ​ຖະໜົນ​ເດີນ​ຂະ​ບວນປະ​ທ້ວງຄັດຄ້ານ​ບັນດາ​ຖະ​ແຫຼ​ງການ​ເສກ​ສັນ​ປັ້ນ​ແຕ່ງ​ປະຫວັດສາດ​ຂອງ​ການ​ນຳ​ຝ່າຍ​ຄ້ານ​ທ່ານ​ໜຶ່ງ

(vovworld) – ວັນ​ທີ 9/6, ປະຊາຊົນ ກຳປູ​ເຈຍ ນັບ​ໝື່ນຄົນ ​ໄດ້​ລົງ​ຖະໜົນ​ເດີນ​ຂະ​ບວນປະ​ທ້ວງຄັດຄ້ານ​ບັນດາ​ຖະ​ແຫຼ​ງການ​ເສກ​ສັນ​ປັ້ນ​ແຕ່ງ​ປະຫວັດສາດ​ຂອງ​ການ​ນຳ​ຝ່າຍ​ຄ້ານ​ທ່ານ​ໜຶ່ງ, ທີ່​ກ່ຽວຂ້ອງ​ເຖິງ​ໂທດ​ກຳ​ດັບ​ສູນ​ເຊື້ອ​ຊາດ Pol Pot. ທີ່​ນະຄອນຫຼວງ ພະ​ນົນ​ເປັນ, ການ​ແຫ່​ຂະ​ບວນ​ປະ​ທ້ວງໄດ້​ຮັບ​ການ​ຈັດ​ຕັ້ງ​ຂຶ້ນ​ດ້ວຍ​ການ​ເຂົ້າ​ຮ່ວມ​ຂອງ​ປະຊາຊົນ​ປະມານ 10.000 ຄົນ. ພາຍຫຼັງການ​ແຫ່​ຂະ​ບວນປະ​ທ້ວງຢູ່​ເຂດ​ໃຈກາງ​ນະຄອນຫຼວງ ພະນົມ​ເປັນ, ບັນດາ​ຜູ້​ເຂົ້າ​ຮ່ວມສືບ​ຕໍ່​ເຕົ້າ​ໂຮມ​ຢູ່​ຕໍ່ໜ້າ​ສຳນັກງານ​ຂອງ​ພັກ​ກູ້​ຊາດ ກຳປູ​ເຈຍ ສົ່ງ​ເຖິງ​ການ​ນຳ​ພັກ​ນີ້​ຂໍ້​ສະ​ເໜີ​ແນະ​ສະບັບ​ໜຶ່ງ.

    ກ່ອນ​ໜ້າ​ນັ້ນ, ​ໃນ​ວັນ​ທີ 17 – 18/5 ຜ່ານ​ມາ, ​ເມື່ອ​ກ່າວ​ຄຳ​ເຫັນ​ຂົນຂວາຍຫາ​ສຽງ​ເລືອກ​ຕັ້ງ​ຢູ່​ແຂວງ Takeo ​ແລະ Prey Veng, ທ່ານ Kem Sokha, ຜູ້​ຮັກສາ​ການ​ປະທານ​ພັກ​ກູ້​ຊາດ ກຳປູ​ເຈຍ ຝ່າຍ​ຄ້ານ ​ໄດ້​ຖື​ວ່າ: ບັນດາ​ວັດຖຸ​ພັນ ​ແລະ ຮູບ​ພາບ​ຜູ້​ປະສົບ​ເຄາະ​ຮ້າຍ​ທີ່​ພວມ​ວາງສະ​ແດງ​ຢູ່ ຫໍພິພິທະ​ພັນ ດັບ​ສູນ​ເຊື້ອ​ຊາ​ດ Tuol Sleng, ຢູ່​ນະຄອນຫຼວງ ພະນົມ​ເປັນ​​ແມ່ນ​ປອມ​ແປງ, ​ແລະ ຫວຽດນາມ ​​ໄດ້​ປູກສ້າງ​ຄຸກ S – 21 ຄືນ​ໃໝ່, ໝາຍ​​ເຖິງ​ຫໍພິພິທະ​ພັນ Tuol Sleng ​ໃນປະຈຸ​ບັນ.

ຂ່າວ/ບົດ​ອື່ນ