ປະຊາຊົນກ່ວາ90ລ້ານຄົນໄດ້ຮັບການກວດສຸຂະພາບປະຈຳໄລຍະ

ປະຊາຊົນກ່ວາ90ລ້ານຄົນໄດ້ຮັບການກວດສຸຂະພາບປະຈຳໄລຍະ - ảnh 1
ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ ທີ່ກອງ​ປະ​ຊຸມ
(ພາບ: ສຳ​ນັກ​ຂ່າວ​ສານ ຫວຽດ​ນາມ)

(vovworld) - ​ ຕອນ​ບ່າຍ​ວັນ​ທີ 23/1, ອົງ​ການ​ປະ​ກັນ​ສັງ​ຄົມ ຫວຽດ​ນາມ ໄດ້​ຈັດ​ຕັ້ງ​ກອງ​ປະ​ຊຸມ​ລາຍ​ງານ​ໝາກ​ຜົນ​ແຫ່ງ​ການ​ຜັນ​ຂະ​ຫຍາຍ​ລະ​ບົບ​ຂ​ໍ​້​ມູນ​ຂ່າ​ວ​ສານຕິດ​ຕາມກວດ​ກາ​ການ​ປະ​ກັນ​ສຸ​ຂະ​ພາບ. ກ່າວ​ຄຳ​ເຫັນ​ທີ່ກອງ​ປະ​ຊຸມ, ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ຫວູ​ດຶກ​ດາມ, ໄດ້​ຕີ​ລ​າ​ຄາ​ສູງ​ບັນ​ດາ​ໝາກ​ຜົນ​ທີ່​ຂະ​ແໜງ​ປະ​ກັນ​ສັງ​ຄົມ ບັນ​ລຸ​ໄດ້, ຮັບ​​ຮູ້​ບັນ​ດາ​ຄວາມ​ມາ​ນະ​ພະ​ຍາ​ຍາມ​ຂອງ​ຂະ​ແໜງ​ການ​ແພດ​ໃນ​ໄລ​ຍະ​ຜ່ານ​ມາ. ເປັນ​ຄັ້ງ​ທຳ​ອິດ, ​ທີ່ອົງ​ການ​ປະ​ກັນ​​ສັງ​ຄົມ ຫວຽດ​ນາມ ໄດ້​ເຊື່ອມ​ຕໍ່​ບັນ​ດາ​ຂໍ​້ມ​ູນ​ຂ່າວ​ສານ​ຈາກ​ຮາກ​ຖານ​ສາ​ທາ​ລະ​ນະ​ສຸ​ກ​ກ່ວາ 12.000 ແຫ່ງ. ນີ້​ແມ່ນ​ເຫດ​ການ​ທີ່ເປັນ​ຂີດ​ໝາຍ​ບາດ​ກ້າວ​ປ່ຽນ​​ແປງ​ໂດຍ​ພື້ນ​ຖານ​ຂອງ​​ອົງ​ການ​ປະ​ກັນ​​ສັງ​ຄົມ ແລະ ຂະ​ແໜງ​ການ​ແພດ. ທ່ານ​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ ສະ​ເໜີ​ວ່າ ​ອົງ​ການປະ​ກັນ​​ສັງ​ຄົມ ແລະ ​ກະ​ຊວງ​ສາ​ທາ​ລະ​ນະ​ສຸກ ຕ້ອງ​ສົມ​ທົບ​ກັນ​ຢ່າງ​ແໜ້ນ​ແຟ້ນ​ກ່​ວາ​ອີກ​​ເຂົ້າໃນ​ການ​ຜັນ​ຂະ​ຫຍາຍ​ລະ​ບົບຂໍ້​ມູນ​ຂ່າວ​ສານ​ຕິດ​ຕາມກວດ​ກາ​​ການປະ​ກັນ​ສຸ​ຂະ​ພາບທົ່ວ​ປະ​ເທດ ເພື່ອ​ໃຫ້​ປະ​ຊາ​ຊົນ​ກ່​ວາ 90 ລ້ານ​ຄົນ​​ລ້ວນ​ແຕ່ໄດ້​ຮັບ​ການກວດ​ສຸ​ຂະ​ພາບ​ ​ປະຈຳ​ໄລ​ຍະ.


ຂ່າວ/ບົດ​ອື່ນ