ປະຊາຊົນຫວຽດນາມຕີລາຄາສູງໝາກຜົນແຫ່ງການເລືອກຕັ້ງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ

ປະຊາຊົນຫວຽດນາມຕີລາຄາສູງໝາກຜົນແຫ່ງການເລືອກຕັ້ງຄະນະບໍລິຫານງານສູນກາງພັກກອມມູນິດຫວຽດນາມ - ảnh 1
ບັນດາຜູ້ແທນປ່ອນບັດເລືອກຕັ້ງຄະນະບໍລິຫານ
ງານສູນກາງພັກຊຸດທີ 12
(ພາບ: VietCuong)

(vovworld) - ​ເມື່ອ​ສົນ​ໃຈ​ຕິດຕາມ​ກອງ​ປະຊຸມ​ໃຫຍ່​ທົ່ວ​ປະ​ເທດ​ຄັ້ງ​ທີ 12 ຂອງ​ພັກກອມ​ມູນິດ ຫວຽດນາມ, ພາຍຫລັງ ບັນຊີ​ລາຍ​ຊື່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ​ໄດ້​ປະກາດ​ໃນ​ຕອນ​ບ່າຍ​ວັນ​ທີ 16/01, ປະຊາຊົນ​ຈຳນວນ​ຫລວງຫລາຍ​ຕີ​ລາຄາ​ໝາກຜົນ​ຂອງ​ກອງ​ປະຊຸມ​ໃຫຍ່ ​ແລະ ​ເຊື່ອ​ໝັ້ນ​ວ່າ ຄະນະ​ບໍລິຫານ​ງາ​ນສູນ​ກາງ​ພັກ​ຊຸດ​ທີ 12 ມີ​ບາດກ້າວ​ປ່ຽນ​ໃໝ່​ຫລາຍ​ຢ່າງ. ​ເມື່ອ​ທຽບ​ໃສ່​ກັບ​ບັນດາ​ອາຍຸ​ການກ່ອນ, ພະນັກງານ​ສູນ​ກາງ​ອາຍຸ​ການ​ຊຸດ​ທີ 12 ໜຸ່ມ​ກ່ວາ, ​ໄດ້​ຮັບ​ການ​ກໍ່ສ້າງ ​ແລະ ມີ​ແຜນ​ກຳນົດຢ່າງ​ລະອຽດ. ທ່ານ ​ເລ​ວັນ​ເຕີນ ຢູ່​ເມືອງ ​ເກົ່າ​ເຢີ​ຍ ຮ່າ​ໂນ້ຍ ​ເຊື່ອ​ໝັ້ນ​ວ່າ: ຄະນະ​ບໍລິຫານ​ງານສູນ​ກາງ​ພັກ​ຊຸດໃໝ່ ຈະສ້າງ​ຜົນງານ​ໃໝ່, ນຳ​ປະ​ເທດ​ຊາດ​ພັດທະນາ, ຕອບສະໜອງຕາມ​ຄວາມ​ຮຽກຮ້ອງ​ຕ້ອງການ​ຂອງ​ປະຊາຊົນ ​ແລະ ​ປົກ​ປັກ​ຮັກສາຜືນ​ແຜນ​ດິນ​​ອັນ​ຄົບ​ຖ້ວນຂອງ​ປະ​ເທດ​ຊາດ. ທ່ານ ​ເລວັນ​ເຕີນ ​ໃຫ້​ຮູ້​ວ່າ:

        “ການ​ເລືອກ​ຕັ້ງ​ຄັ້ງ​ນີ້ ​ໄດ້​ຜ່ານຫລາຍ​ຂັ້ນ​ຕອນ, ​ແຕ່ລະ​ຂັ້ນ​ຕອນ​ໄດ້​ສະ​ແດງ​​ໃຫ້​ເຫັນ​ມີປະຊາທິປະ​ໄຕ ​ແລະ ລວມສູນສຸມ​ໃສ່, ​ເຮັດ​ໃຫ້​ປະຊາຊົນ​ນັບ​ມື້​ນັບ​ໄວ້​ເນື້ອ​ເຊື່ອ​​ໃຈ ​ໂດຍ​ພາຍ​ໃຕ້​ການ​ຊີ້ນ​ຳນຳພາ​ຂອງ​ພັກ​ກອມ​ມູນິດ ຫວຽດນາມ. ຂ້າພະ​ເຈົ້າ ​ເຊື່ອ​ໝັ້ນ​ວ່າ ດ້ວຍ​ຖັນ​ແຖວ​ການ​ນຳ, ບັນ​ດາ​ສະຫາຍ​ໃນ​ຄະນະ​ບໍລິການ​ງານ​ຊຸດໃໝ່ ຈະ​ເລືອກ​ຕັ້ງ​ກົມ​ການ​ເມືອງທີ່​ມີຄວາມ​ສາມາດພຽງພໍ​ ຮັບປະກັນ​ໜ້າ​ທີ່​ປົກ​ປັກ​ຮັກສາ​ປະ​ເທດ​ຊາດ​ໃນ​ໄລຍະ​ປະຈຸ​ບັນ”.

        ປະຊາຊົນ​ທົ່ວ​ປະ​ເທດ​ລ້ວນ​ແຕ່​ຫວັງ​ວ່າ: ບັນດາຜູ້​ໄດ້​ຮັບ​ໜ້າ​ທີ່, ​ໄດ້​ຮັບ​ການ​ເລືອກ​ຕັ້ງ​ເຂົ້າໃນ​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ຊຸດ​ທີ 12 ຈະ​ມີ​ບັນດາລັດຖະນະ​ໂຍບາຍ​ທີ່​ຖືກຕ້ອງ, ນຳພາ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັກ​ທະນາ, ມີສະຖຽນ​ລະ​ພາບທາງ​ດ້ານ​ເສດຖະກິດ - ການ​ເມືອງ, ສືບ​ຕໍ່​ຍົກ​ສູງ​ຊີ​ວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ.

 

ຂ່າວ/ບົດ​ອື່ນ