ປະຊາຊົນໄທສ່ວນຫລາຍສະຫນັບສະຫນູນການເລືອກຕັ້ງສະພາຜູ້ແທນລາຊະດອນຖືກກັບການກຳນົດເວລາ

ປະຊາຊົນໄທສ່ວນຫລາຍສະຫນັບສະຫນູນການເລືອກຕັ້ງສະພາຜູ້ແທນລາຊະດອນຖືກກັບການກຳນົດເວລາ - ảnh 1
ທ່ານນາງນາຍົກລັດຖະມົນຕີໄທ ຍີ່ງຣັກ ຊີນະວັດ ປະກາດ
ຄຳສັ່ງສະພາວະສຸກເສີນ
ພາບ:internet

(vovworld)-  ຕາມ​ໝາກຜົນ​ແຫ່ງ​ການ​ສຳ​ຫລວດ​ຈາກ​ຫາງ​ສຽງ​ໄທ​ທີ່​ປະກາດ​ໃນ​ວັນ​ທີ 24/1, ມີ​ຊາວ​ໄທ​ປະມານ 79,6% ຖືກ​ຖາມ​ໄດ້​​ເວົ້າ​ວ່າ  ຢາ​ກປ່ອນ​ບັດ​ເລືອກ​ຕັ້ງ​ໃນ​ການ​ເລືອກ​ຕັ້ງ​ທົ່ວ​ປະ​ເທດ​​ໃນ​ວັນ​ທີ 2/2 ຈະ​ມາ​ເຖິງຢ່າງຖືກຕ້ອງກັບ​ການ​ກຳນົດ​ເວລາ​, ​ໂດຍ​ບໍ່​ຫົວຊາ​ຕໍ່​ການ​ແຫ່​ຂະ​ບວນປະ​ທ້ວງ​ໃນ​ປະຈຸ​ບັນ ​ແລະ ສະພາບ​ການ​ໃຊ້​ຄວາມ​ຮຸນ​ແຮງ​ພວມ​ປີນ​ຂັ້ນ​ໄດ. ມີ​ພຽງ 9,9% ​ໃຫ້​ຮູ້​ວ່າ ຈະ​ບໍ່​ໄປ​ປ່ອນ​ບັດ ​ແລະ 10,5% ຍັງ​ລັ່ງເລໃຈ.

 ການ​ສຳ​ຫລວດ​ດັ່ງກ່າວ​ໂດຍ​ມະຫາວິທະຍາ​ໄລ ບາງ​ກອກ ປະຕິບັດກັບ 1000 ຄົນ, ​ໃນ​ສະພາບ ​ໄທ​ພວມ​ລໍຖ້າ​ສານ​ລັດຖະທຳ​ມະນູນ ຕັດສິນ​ກ່ຽວ​ກັບ​ເລື່ອງ​ຄະນະ​ກຳມະການ​ເລືອກ​ຕັ້ງ EC ຫລື ລັດຖະບານ​ຊົ່ວຄາວ ຂອງ​ທ່ານ​ນາຍົກລັດຖະມົນຕີ ຍີ່​ງຣັກ ຊີ​ນະ​ວັດ ມີ​ສິດ​ໂຈະ​ການ​ເລືອກ​ຕັ້ງ. ຄາດ​ວ່າ ຄຳ​ຕັດສິນ​ກ່ຽວ​ກັບ​ເລື່ອງ​ດັ່ງກ່າວ​ຈະ​ປະກາດ​ໃນ​ວັນ​ທີ 24/1.

ຂ່າວ/ບົດ​ອື່ນ