ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນຮັບຮອງເອົາ“ແຜນຜັງເຂດໜ້າທີ່ຕົ້ນຕໍກ່ຽວກັບທະເລໃນທົ່ວປະເທດ”

ປະຕິກິລິຍາຂອງຫວຽດນາມຕໍ່ເລື່ອງຈີນຮັບຮອງເອົາ“ແຜນຜັງເຂດໜ້າທີ່ຕົ້ນຕໍກ່ຽວກັບທະເລໃນທົ່ວປະເທດ” - ảnh 1
ໂຄ​ສົກກະຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ
(ພາບ: vtc.vn)

(vovworld) - ວັນ​ທີ 23/9, ​ເມື່ອ​ຕອບ​ສຳພາດ​ຂອງ​ນັກ​ຂ່າວກ່ຽວ​ກັບ​ປະຕິກິລິຍາ​ຂ​ອງ ຫວຽດນາມ ຕໍ່​ເລື່ອງຫວ່າງ​ແລ້ວ​ນີ້​, ລັດຖະບານ ຈີນ ​ໄດ້ຮັບຮອງ​ເອົາ “​ແຜນຜັງ​ເຂດ​ໜ້າ​ທີ່​ຕົ້ນຕໍ​ກ່ຽວ​ກັບ​ທະ​ເລ​ໃນ​ທົ່ວ​ປະ​ເທດ” ​ໃນ​ນັ້ນ ລວມມື 2 ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາ ຂອງ ຫວຽດນາມ, ໂຄ​ສົກກະຊວງ​ການ​ຕ່າງ​ປະ​ເທດ ຫວຽດນາມ ​ເລ​ຫາຍ​ບິ່ງ ຊີ້​ແຈ້ງວ່າ:

        “ ຫວຽດນາມ ​ໄດ້​ຢືນຢັນ​ອະທິປະ​ໄຕທີ່​ບໍ່​ສາມາດ​ໂຕ້​ຖຽງ​ກັນຂອງ​ຕົນ​ສຳລັບ​ໝູ່​ເກາະ ຮ່ວາງ​ຊາ ​ແລະ ​ເຈື່ອງ​ຊາຫຼາຍ​ຄັ້ງ​ແລ້ວ. ທຸກ​ການ​ເຄື່ອນ​ໄຫວ​ຂອງ​ບັນດາ​ຝ່າຍ​ຕ່າງປະ​ເທດ​ຢູ່​​ເຂດ​ນີ້ ​ເຊິ່ງບໍ່​ໄດ້​ຮັບ​ຄວາມ​ເຫັນ​ດີ​ຂອງ ຫວຽດນາມ ​ແມ່ນການ​ລະ​ເມີດ​ກົດໝາຍ​ສາກົນ, ລ່ວງ​ລ້ຳ​ອະທິປະ​ໄຕ​ຂອງ ຫວຽດນາມ ​ແລະ ​ໄຮ້​ຄຸນຄ່າ. ຫວຽດນາມ ​ເດັດ​ດຽວຄັດຄ້ານ​ການ​ກະທຳ​ດັ່ງກ່າວ​ຂອງ ຈີນ, ພ້ອມ​ທັງ​ຮຽກຮ້ອງ​ຈີນ​ເຄົາລົບ​ອະທິປະ​ໄຕ​ຂອງ​ຫວຽດນາມ, ຍົກ​ເລີກ​ການ​ກະທຳ​ທີ່​ຜິດ​ພາດ​ດັ່ງກ່າວ​ໃນ​ທັນທີ, ປະກອບສ່ວນ​ຢ່າງ​ແທ້​ຈິງ​ເຂົ້າ​ໃນ​ການ​ພັດທະນາ​ການ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະຫວ່າງ​ຫວຽດນາມ -ຈີນ, ກໍ່​ຄື​ຮັກສາ​ສັນຕິພາບ ​ແລະ ສະຖຽນ​ລະ​ພາບ​ໃນ​ທະ​ເລ​ຕາ​ເວັນ​ອອກ ”

 

ຂ່າວ/ບົດ​ອື່ນ