ປະທານ EC ແລະ ປະທານາທິບໍດີ ອາເມລິກາ ເຫັນດີຕໍ່ແຜນການເຈລະຈາຢ່າງເປັນທາງການ
(VOVWORLD) - ການພົບປະຂອງທ່ານປະທານ EC ແລະ ທ່ານປະທານາທິບໍດີ Trump ດຳເນີນໃນສະພາບຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກທີ່ກ່ຽວຂ້ອງເຖິງນະໂຍບາຍພາສີໃໝ່ຂອງ ອາເມລິກາ.
ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump (ພາບ: AP/TTXVN) |
ວັນທີ 26 ເມສາ, ໂຄສົກສະຫະພາບເອີຣົບ ໃຫ້ຮູ້ວ່າ ທ່ານນາງ Ursula von der Leyen ປະທານຄະນະກຳມະການເອີຣົບ ແລະ ທ່ານປະທານາທິບໍດີ ອາເມລິກາ Donald Trump ໄດ້ເຫັນດີຈັດຕັ້ງກອງປະຊຸມຢ່າງເປັນທາງການໃນໄລຍະຈະມາເຖິງ. ຕາມ ທ່ານ Paula Pinha ໂຄສົກ EC ແລ້ວ, ຢູ່ນອກພິທີສົບຂອງສັນຕະປະປາ Francis ຢູ່ໂຣມ, ອີຕາລີ, ທ່ານປະທານ EC ແລະ ທ່ານປະທານາທິບໍດີ ອາເມລິກາ ໄດ້ມີການແລກປ່ຽນເປັນ ເວລາສັ້ນ, ຕາມນັ້ນແລ້ວເຫັນດີຈັດການພົບປະໃນໄລຍະຈະມາເຖິງ. ເຖິງຢ່າງໃດກໍ່ຕາມ, ການນຳສອງທ່ານຍັງບໍ່ທັນກຳນົດວັນເວລາລະອຽດ.
ການພົບປະຂອງທ່ານປະທານ EC ແລະ ທ່ານປະທານາທິບໍດີ Trump ດຳເນີນໃນສະພາບຄວາມເຄັ່ງຕຶງດ້ານການຄ້າທົ່ວໂລກທີ່ກ່ຽວຂ້ອງເຖິງນະໂຍບາຍພາສີໃໝ່ຂອງ ອາເມລິກາ. ທ່ານປະທານາທິບໍດີ Trump ໄດ້ປະກາດຈັດວາງອັດຕາພາສີນຳເຂົ້າສຳລັບບັນດາຄູ່ຮ່ວມມືທາງການຄ້າຂອງ ອາເມລິກາ, ໃນນັ້ນ ມີ EU, ແຕ່ຫຼັງຈາກນັ້ນ ຕົກລົງໂຈະຈັດວາງອັດຕາພາສີ 90 ວັນ ເພື່ອສ້າງໂອກາດດຳເນີນເຈລະຈາ.