ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະອວຍພອນບຸນເຕັດອະດີດການນຳພັດ,ລັດ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຢ້ຽມຢາມແລະອວຍພອນບຸນເຕັດອະດີດການນຳພັດ,ລັດ - ảnh 1
(ທ່ານ​ ຫງວຽນ​ທ້ຽນ​ເຍີນ ​ແລະ ​ອະດີດ​ເລຂາທິການ​ໃຫຍ່​
ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​​ເລຂາ​ຟຽວ)

(vovworld) – ​ ​ເນື່ອງ​ໃນ​ໂອກາດ​ປີ​ໃໝ່​ປະຈຳ​ຊາດ​ປີວ​ອກ 2016, ຕອນ​ບ່າຍ​ວັນ​ທີ 01/02, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ​ໄດ້​ໄປ​ຢ້ຽມຢາມ, ອວຍພອນ​ບຸນ​ເຕັດ​ອະດີດ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ ​ໂດ​ເມືອ​ຍ ​ແລະ ທ່ານ​ເລຂາ​ຟຽວ. ຢ້ຽມຢາມ ​ແລ​ະ ອວຍພອນ​ອະດີດ​ເລຂາທິການ​ໃຫຍ່ ​ໂດ​ເມືອ​ຍ, ທ່ານ​ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ ຫວຽດນາມ ຫງວຽນ​ທ້ຽນ​ເຍີນ ຂອບ​ອົກຂອບ​ໃຈ​ອະດີດ​ເລຂາທິການ​ໃຫຍ່ ​ໄດ້ສະຫງວນ​ຊີວິດ​, ພາລະກິດ ​ແລະ ສະຕິ​ປັນຍາຂອງ​ຕົນ​​ເພື່ອປະກອບ​ໃຫ້​ພັກ, ຮັບ​ໃຊ້​ປະ​ເທດຊາດ, ປະຊາຊົນ. ​ເນື່ອງ​ໃນ​ໂອກາດ​ອະດີດ​ເລຂາທິການ​ໃຫຍ່ ​ໂດ​ເມືອ​ຍ ມີອາຍຸ​ 100 ປີ​ເຕັມ, ທ່ານ ຫງວຽນ​ທ້ຽນ​ເຍີນ ​ໄດ້​ສົ່ງ​ພອນ​ໄຊ​ອັນ​ປະ​ເສີດ​ທີ່​ສຸດ​ເຖິງ​ອະດີດ​ເລຂາທິການ​ໃຫຍ່ ​ແລະ ປາດ​ຖະໜາວ່າ ​ອະດີດ​ເລຂາທິການ​ໃຫຍ່ຈະ​ມີ​ສຸຂະພາບ​ແຂງ​ແຮງ, ​ເປັນ​ບ່ອນ​ອີງ​ໃຫ້ການ​ນຳ​ພັກ, ລັດ, ​ແນວ​ໂຮມ​ປະ​ເທດ​ຊາດ ​ແລະ ບັນດາອົງການ​ຈັດ​ຕັ້ງ​ມະຫາຊົນລຸ້ນຕ່າງໆ, ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ນັບ​ມື້​ນັບ​ພັດທະນາ.

        ​ເມື່ອມາຢ້ຽມຢາມ ​ແລະ ອວຍພອນ​ອະດີ​ດ​ເລຂາທິການ​ໃຫຍ່ ​ເລຂາ​ຟຽວ, ທ່ານ ຫງວຽນທ້ຽນ​ເຍີນ ປາດ​ຖະໜາ​ວ່າ: ອະດີດ​ເລຂາ​ທິການ​ໃຫຍ່ ຈະສືບ​ຕໍ່​ເອົາ​ໃຈ​ໃສ່​ເຖິງ​ວຽກ​ງານ​ຂົນຂວາຍ​ປະຊາຊົນ, ວຽກ​ງານ​ແນວ​ໂຮມ, ​ເພື່ອ​​ໃຫ້ແນວ​ໂຮມ​ປະ​ເທດ​ຊາດ​ນັບ​ມື້​ນັບ​ເສີມ​ຂະຫຍາຍ​ບົດບາດ​ຂອງ​ຕົນ​ໃຫ້​ດີ, ປະກອບສ່ວນ​ນຳ​ປະ​ເທດ​ຊາດ​ພັດທະນາ, ກ້າວ​ຂຶ້ນ​ຕາມ​ທິດ​ໝັ້ນ​ຄົງ​ເຂັ້ມ​ແຂງ.

ຂ່າວ/ບົດ​ອື່ນ