ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມເຂດອະນຸສອນສະຖານປະທານໂຕນດຶກຖັ໋ງ

ປະທານຄະນະກຳມະການສູນກາງແນວໂຮມປະເທດຊາດຫວຽດນາມຫງວຽນທ້ຽນເຍີນຢ້ຽມຢາມເຂດອະນຸສອນສະຖານປະທານໂຕນດຶກຖັ໋ງ - ảnh 1
(ທ່ານ ຫງວຽນ​ທ້ຽນ​ເຍີນ ຖະຫວາຍ​ທູບ​ທຽນ​ຢູ່
ເຂດ​ອະນຸສອນ​ສະຖານປະທານ ໂຕນ​ດຶກ​ຖັ໋ງ
)

(vovworld) - ຕອນ​ເຊົ້າ​ວັນ​ທີ 13/4,​ ທ່ານ ຫງວຽນ​ທ້ຽນ​ເຍີນ ກຳມະການ​ກົມ​ການ​ເມືອງ, ປະທານ​ຄະນະ​ກຳມະການ​ສູນ​ກາງ​ແນວ​ໂຮມ​ປະ​ເທດ​ຊາດ​ຫວຽດນາມ ​ໄດ້​ລົງ​ຢ້ຽມຢາມ ​ແລະ ຖະຫວາຍ​ທູບ​ທຽນ​ເຂດ​ອະນຸສອນ​ສະຖານ​ປະທານ ​ໂຕນ​ດຶກ​ຖັ໋ງ ຢູ່​ນະຄອນ ລອງ​ຊວຽນ, ​ແຂວງ ອານ​ຢາງ. ​ເຂົ້າ​ຮ່ວມ​ພິທີ​ຖະຫວາຍ​ທູບ​ທຽນ​ມີ​ທ່ານ​ອະດີດ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ມິ​ງຈຽດ ​ແລະ ການ​ນຳ​ແຂວງ ອານ​ຢາງ. ທ່ານ​ປະທານ​ໂຕນ​ດຶກ​ຖັ໋ງ ​ແມ່ນ​ນັກຮົບ​ກອມ​ມູນິດທີ່​ອົງອາດ​ກ້າ​ຫານ, ​ເປັນ​ແບບຢ່າງ, ອຸທິດ​ສ່ວນ​ຕະຫຼອດ​ຊີວິດ​ຂອງ​ຕົນ​ໃຫ້ການ​ປະຕິວັດ ​ແລະ ຊົນ​ຊາດ. ທ່ານ​ປະທານ​ປະ​ເທດ ​ໂຕນ​ດຶກ​ຖັ໋ງ ກໍ່​ແມ່ນ​ໜຶ່ງ​ໃນ​ບັນດາ​ການ​ນຳ​ທີ່​ດີ​ເດັ່ນ​ຂອງ​ພັກ, ລັດ ​ແລະ ​ແນວ​ໂຮມ​ເອກະ​ພາບ​​​ແຫ່ງ​ຊາດ ຫວຽ​ດນາມ.

​        ເນື່ອງ​ໃນ​ໂອກາດ​ນີ້, ທ່ານ ຫງວຽນ​ທ້ຽນ​ເຍີນ ​ແລະ ທ່ານ ອະດີດ​ປະທານ​ປະ​ເທດ​ຫວຽດນາມ ຫງວຽນ​ມິ​ງຈວຽດ ​ໄດ້​ມອບ​ງົວ 30 ​ໂຕ ​ແລະ ຂອງຂວັນ 50 ພູດ​ໃຫ້​ແກ່​ບັນດາ​ຄອບຄົວ​ຊາວ​ກະ​ສິກ​ອນຢູ່​ເມືອງ ຈີ​ໂຕນ, ​ແຂວງ ອານ​ຢາງ.

ຂ່າວ/ບົດ​ອື່ນ