ປະທານປະເທດ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ

ປະທານປະເທດ ຕ້ອນຮັບບັນດາເອກອັກຄະລັດຖະທູດເຂົ້າຍື່ນສານຕາຕັ້ງ - ảnh 1
ທ່ານ​ປະທານ​ປະ​​ເທດ ​ເຈືອ​ງ​ເຕີນ​ຊາງ
(ພາບປະກອບ: TTXVN)


(vovworld) – ຕອນ​ບ່າຍວັນ​ທີ 05/03, ຢູ່ທຳນຽບ​ປະທານ​ປະ​ເທດ, ທ່ານ​ປະທານ​ປະ​​ເທດ ​ເຈືອ​ງ​ເຕີນ​ຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ບັນດາ​ເອກ​ອັກຄະ​ລັດຖະທູດ ​ເປຣູ, ສະຫະພັນ​ລັດ​ເຊຍ, ອານ​ເຊຣີ ​ແລະ ບຣາຊິນ ​ເຂົ້າ​ຍື່ນ​ສານ​ຕາ​ຕັ້ງ​ຮັບ​ໜ້າ​ທີ​ການ​ທູດ​ຢູ່​ຫວຽດນາມ. ທີ່​ການ​ຕ້ອນຮັບ​ທ່ານ Oscar Berninzon, ​ເອກ​ອັກຄະ​ລັດຖະທູດ​ວິສາມັນ ຜູ້​ມີ​ອຳນາດ​ເຕັມ​ເປຣູ ຄົນ​ທຳ​ອິດ​ຢູ່​ຫວຽດນາມ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີນ​ຊາງ ຢືນຢັນ​ວ່າ ຍາມ​ໃດ​ຫວຽດນາມ ກໍ່​ຖື​ເປັນ​ສຳຄັນ​ການ​ພົວພັນ​ຮ່ວມ​ມື​ກັບ​ເປຣູ ກໍ່​ຄື​ພາກ​ພື້ນ​ອາ​ເມ​ລິ​ກາ​ລາຕີ​ນ. ​ເພື່ອ​ເປີດ​ກວ້າງ​ການ​ຮ່ວມ​ມື, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ 2 ຝ່າຍ​ສ້າງ​ຕັ້ງ​ຄະນະ​ກຳມະການ​ລະຫວ່າງ​ລັດຖະບານ ​ແນ​ໃສ່​ຍົກ​ສູງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ​.

        ທີ່​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ສະຫະພັນ​ລັດ​ເຊຍ Konstantin Vnukov, ທ່ານ​ປະທານ​ປະ​ເທດ ຢືນຢັນ​ວ່າ, ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ທີ່​ສຸດ ​ເພື່ອ​ເພີ່ມ​ທະວີ​ການ​ພົວພັນ​ຮ່ວມ​ມື​ລົງທຶນ​ດ້ານ​ການ​ຄ້າ​ລະຫວ່າງ 2 ປະ​ເທດ​ຢ່າງ​ແຮງ, ພິ​ເສດ​ແມ່ນ​​ຊຸກຍູ້ການ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ກັບ ພັນທະ​ພາບ​ພາສີ ລັດ​ເຊຍ - ກາຢັກສຖານ - ​ເບລາຣຸດ, ນຳ​ວົງ​ເງິນ​ການ​ຄ້າ​ລື່ນ​ກ່າຍ​ຕົວ​ເລກ 10 ຕື້ USD.

        ​ໃນ​ການ​ຕ້ອນຮັບ​ທ່ານ​ເອກ​ອັກຄະ​ລັດຖະທູດ​ອານ​ເຊ​ລີ Mohamed Berrah, ທ່ານ​ປະທານ​ປະ​ເທດ ສະ​ເໜີ​ໃຫ້ 2 ຝ່າຍ​ເພີ່ມ​ທະວີ​ການ​​ແລກປ່ຽນ​ຄະນະ​ຜູ້​ແທນ​ທຸກ​ຂັ້ນ, ຮ່ວມມື​​ໃນ​ບັນດາ​ເວທີ​ປາ​ໄສ​ພາກ​ພື້ນ ​ແລະ ສາກົນຢ່າງ​ແໜ້ນ​ແຟ້ນ, ພ້ອມ​ທັງ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດຖະກິດ​ການ​ຄ້າ, ສົ່ງ​ເສີມ​ເປີດ​ກວ້າງ​ການ​ຮ່ວມ​ມື​ລົງທຶນ​ໃນ​ຂົງ​ເຂດ​ນ້ຳມັນ​ອາຍ​ແກັສ ​ແລະ ຂົງ​ເຂດ​ອື່ນໆ.

ຂ່າວ/ບົດ​ອື່ນ