ປະທານປະເທດ ເຈືອງເຕິ໋ນຊາງ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ

ປະທານປະເທດ ເຈືອງເຕິ໋ນຊາງ ມອບຂໍ້ຕົກລົງແຕ່ງຕັ້ງເອກອັກຄະລັດຖະທູດ - ảnh 1
ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ແລະ ບັນດາເອກອັກຄະລັດຖະທູດຫາກໍ່ໄດ້ຮັບແຕ່ງຕັ້ງ

(vovworld) - ຕອນ​ບ່າຍ​ວັນ​ທີ 16/7, ຢູ່​ສຳນັກງານ​ປະທານ​ປະ​ເທດ, ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​ໄດ້ມອບ​ຂໍ້​ຕົກລົງ​ແຕ່ງ​ຕັ້ງ​ເອກ​ອັກຄະ​ລັດຖະທູດ​ວິ​ສາມັນ​ຜູ້​ມີ​ອຳນາດ​ເຕັມ​ແຫ່ງ ສສ ຫວຽດນາມ​ປະຈຳ​ຕ່າງປະ​ເທດ​ໃຫ້ 22 ທ່ານ ​ແລະ ຫົວໜ້າ​ສະຖານກົງສູນຫວຽດນາມ​ຢູ່​ຕ່າງປະ​ເທດ​ໃຫ້ 7 ທ່ານ. ທ່ານ ປະທານ​ປະ​ເທດ ​ເຈືອງ​ເຕິ໋ນຊາງ ​​ເນັ້ນ​ໜັກ​ວ່າ, ການ​ປະຕິບັດ​ໜ້າ​ທີ່​ການ​ທູດ​ໄລຍະ 2014 – 2017 ​ແມ່ນ​​ກຸນ​ແຈ​ໃນ​ວິວັດ​ແຫ່ງ​ການ​ພັດທະນາ​ປະ​ເທດ​ຊາດ. ນີ້​ແມ່ນ​ໄລຍະ​ທີ່​ພວກ​ເຮົາ​ຈັດ​ຕັ້ງ​ກອງ​ປະຊຸມ​ໃຫຍ່​ຄັ້ງ​ທີ 12 ຂອງ​ພັກ​ກອມ​ມູນິດ​ຫວຽດນາມ, ກະກຽມ​ສະຫຼຸບ​ການ​ປະຕິບັດ​ຍຸດ​ທະ​ສາດ​ພັດທະນາ​ໄລຍະ 2011 – 2020, ສືບ​ຕໍ່​ດຳ​ເນີນ​ການ​ສ້າງ​ໂຄງ​ປະກອບ​ເສດຖະກິດ​ຄືນ​ໃໝ່ ​ແລະ ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ໃນ​ຂະນະ​ທີ່​ສະພາບ​ຄວາມ​ສະຫງົບ ​ແລະ ການ​ພັດທະນາ​ພວມ​ຜັນ​ແປ​ໄປ​ຢ່າງ​ສັບສົນ. ທ່ານ​ປະທານ​ປະ​ເທດ​ຮຽກຮ້ອງ​ວ່າ, ປະຈຸ​ບັນ, ກວ່າ​ເວລາ​ໃດ​ໝົດການ​ທູດ​ຕ້ອງ​ນຳ​ໜ້າ​ໃນ​ໜ້າ​ທີ່​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ​ເປັນ​ເຈົ້າ​ການ​ສະກັດ​ກັ້ນ​ການ​ປະ​ທະ​ກັນ, ​ເດັດ​ດຽວ​ແກ້​ໄຂ​ບັນຫາໂດຍ​ສັນຕິ​ວິທີ, ປົກ​ປັກ​ຮັກສາ​ອະທິປະ​ໄຕ​ປະ​ເທດ​ຊາດ, ລະດົມ​ບັນດາ​ແຫຼ່ງກຳລັງ​ພາຍ​ນອກ, ຂົນຂວາຍ​ການ​ສະໜັບສະໜູນ​ຂອງ​ປະຊາ​ຄົມ​ໂລກ​ໃຫ້​ແກ່​ການ​ສ້າງສາ ​ແລະ ປົກ​ປັກ​ຮັກສາ​ປະ​ເທດ​ຊາດ. ທ່ານ​ປະທານ​ປະ​ເທດສະ​​ເໜີ​ບັນດາ ເອກ​ອັກຄະ​ລັດຖະທູດ, ຫົວໜ​້າສະຖານກົງສູນຫວຽດນາມ​ຢູ່​ຕ່າງປະ​ເທດ​ສຸມ​ໃສ່​ບັນດາ​ຂົງ​ເຂດ​ຮ່ວມ​ມືຢ່າງ​ລະອຽດ, ຊອກ​ຫາ​ມາດ​ຕະການ​ບຸກທະລຸ​ໃນ​ວຽກ​ງານ​ສົ່ງ​ເສີມ​ດ້ານ​ການ​ຄ້າ​ເພື່ອ​​ເປີດ​ກວ້າງ​ຕະຫຼາດ​ສົ່ງ​ອອກ​ສິນຄ້າ​ຫວຽດນາມ, ດຶງ​ດູດ​ທຶນ FDI, ​ແນະນຳ​ບົດຮຽນ​ຂອງ​ປະ​ເທດ​ຕ່າງໆ​ເພື່ອ​ຮັບ​ໃຊ້​ຈຸດໝາຍ​ສ້າງ​ໂຄງ​ປະ​ກອບ​ເສດຖະກິດ​ຫວຽດນາມ​ຄືນ​ໃໝ່, ຫັນປ່ຽນ​ຮູບ​ແບບ​ເຕີບ​ໂຕ​ຂອງ​ຫວຽດນາມ. ຄຽງ​ຂ້າງ​ນັ້ນ, ບັນດາ​ອົງການ​ຕາງໜ້າ​ການ​ທູດ​ຄວນ​ເອົາ​ໃຈ​ໃສ່​ເປັນ​ພິ​ເສດ​ເຖິງ​ວຽກ​ງານ​ປົກ​ປ້ອງ​ພົນລະ​ເມືອງ ​ແລະ ​ເສີມ​ຂະຫຍາຍ​ແຫຼ່ງກຳລັງ​ສຳຄັນ​ຂອງ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ, ສ້າງ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທັງ​ດ້ານ​ຈິດ​ໃຈ, ຂໍ້​ມູນ​ຂ່າວ, ນິຕິ​ກຳ​ໃຫ້​ເຂົາ​ເຈົ້າ ​ເພື່ອ​ແນ​ໃສ່​ສ້າງ​ປະຊາ​ຄົມ​ຊາວ​ຫວຽດນາມ​ຢູ່​ຕ່າງປະ​ເທດ​ໃຫ້ມີ​ຄວາມ​ສາມັກຄີ​ກັນ, ອ່ວາຍ​ເມືອ​ຫາປະ​ເທດ​ຊາດ ​ແລະ ​ເພື່ອ​ປະ​ເທດ​ຊາດ.

ຂ່າວ/ບົດ​ອື່ນ