ປະ​ທານ​ປະ​ເທດ ເລືອງ​ເກື່ອງ ວາງ​ພວງ​ມາ​ລາ ອາ​ໄລ​ຫາ ປະ​ທານ ​ໄກ​ສອນ ພົມ​ວິ​ຫານ

(VOVWORLD) - ຕອນເຊົ້າວັນທີ 25 ເມສາ, ໃນຂອບເຂດການຢ້ຽມຢາມທາງລັດຖະກິດຢູ່ ລາວ, ທ່ານປະທານປະເທດ ຫວຽດນາມ ເລືອງເກື່ອງ ໄດ້ໄປວາງພວງມາລາ ອາໄລຫາປະທານ ໄກສອນ ພົມວິຫານ ຢູ່ນະຄອນຫຼວງ ວຽງຈັນ.

ປະ​ທານ​ປະ​ເທດ ເລືອງ​ເກື່ອງ ວາງ​ພວງ​ມາ​ລາ ອາ​ໄລ​ຫາ ປະ​ທານ ​ໄກ​ສອນ ພົມ​ວິ​ຫານ - ảnh 1ປະທານປະເທດ ເລືອງເກື່ອງ ວາງພວງມາລາ ອາໄລຫາ ປະທານໄກສອນ ພົມວິຫານ (ພາບ: VOV)

ນະທີ່ນີ້, ທ່ານປະທານປະເທດ ເລືອງເກື່ອງ ໄດ້ສະແດງຄວາມເຄົາລົບນັບຖື, ຄວາມຈົດຈຳຂອງ ພັກ, ລັດ ແລະ ປະຊາຊົນ ຫວຽດນາມ ຕໍ່ການນຳທີ່ໄດ້ມີຄຸນງາມຄວາມດີອັນຍິ່ງໃຫຍ່ ໃນການຕັ້ງພື້ນຖານການສ້າງ, ປົກປັກຮັກສາ ແລະ ພັດທະນາສາຍພົວພັນສາມັກຄີແບບພິເສດ ຫວຽດນາມ - ລາວ, ກາຍເປັນຊັບສິນອັນລ້ຳຄ່າຂອງທັງສອງຊາດ. ຫຼັງຈາກນັ້ນ, ທ່ານປະທານປະເທດ ເລືອງເກື່ອງ ກໍ່ໄດ້ໄປຢ້ຽມຢາມຫໍພິພິທະພັນປະທານ ໄກສອນ ພົມວິຫານ. ແລະໃນຕອນເຊົ້າວັນດຽວກັນ, ທ່ານປະທານປະເທດ ເລື່ອງເກືອງ ກໍ່ໄດ້ໄປວາງພວມມາລາຢູ່ ອະນຸສາວາລີ ບັນດານັກຮົບມນິລະນາມ ຢູ່ນະຄອນຫຼວງ ວຽງຈັນ.

ຕອບກັບ

ຂ່າວ/ບົດ​ອື່ນ