ປະ​ທານ​ປະ​ເທດ​ຈີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ

(VOVWORLD) -ສອງຝ່າຍເຫັນດີເປັນເອກະພາບວ່າ, ການແລກປ່ຽນຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັນການພົວພັນສອງຝ່າຍ ແລະ ບັນດາບັນຫາຕ່າງມີຄວາມສົນໃຈ ຂອງການນຳສອງປະເທດ ຈະແມ່ນການນຳພາການພົວພັນ ຈີນ-ອາເມລິກາ ພັດທະນາຢ່າງຖືກທິດ.
ປະ​ທານ​ປະ​ເທດ​ຈີນ ໂອ້​ລົມ​ທາງ​ໂທ​ລະ​ສັບ​ກັບ​ປະ​ທາ​ນາ​ທິ​ບໍ​ດີ​ອາ​ເມ​ລິ​ກາ - ảnh 1

(ພາບ:SCMP)

  ວັນທີ 10 ກັນຍາ, ປະທານປະເທດຈີນ ສືຈິນຜິງ ໄດ້ໂອ້ລົມທາງໂທລະສັບກັບປະທານາທິບໍດີອາເມລິກາ Joe Biden, ແລກປ່ຽນບັນດາບັນຫາການພົວພັນຈີນ-ອາເມລິກາ ທີ່ຕ່າງຝ່າຍຕ່າງມີຄວາມສົນໃຈ. ປະທານປະເທດຈີນ ສືຈິນຜິງ ຖືວ່າ ປະຈຸບັນ, ປະຊາຄົມໂລກ ພວມຕ້ອງປະເຊີນໜ້າກັບຫຼາຍບັນຫາລວມ, ການພົວພັນລະຫວ່າງ ຈີນ-ອາເມລິກາ ມີການພັດທະນາເປັນປົກກະຕິ, ຖືກທິດ. ສ່ວນທ່ານປະທານາທິບໍດີອາເມລິກາ Joe Biden ຖືວ່າ ການພົວພັນຈີນ-ອາເມລິກາ ແມ່ນການພົວພັນສອງຝ່າຍທີ່ສຳຄັນທີ່ສຸດ ແລະ ມີຜົນສະທ້ອນຕໍ່ອະນາຄົດຂອງໂລກ ແລະ ທ່ານຢືນຢັນວ່າ ບໍ່ມີສາຍເຫດໃດທີ່ຈະເຮັດໃຫ້ການພົວພັນ ຈີນ-ອາເມລິກາ ຕົກເຂົ້າສູ່ສະພາບປະທະກັນໄດ້. ອາເມລິກາ ພ້ອມແລ້ວທີ່ຈະແລກປ່ຽນຢ່າງກົງໄປກົງມາ ແລະ ເຈລະຈາກັບຈີນ ເພື່ອກຳນົດຈຸດສຸມ ແລະ ຂົງເຂດບຸລິມະສິດຮ່ວມມື.

   ສອງຝ່າຍເຫັນດີເປັນເອກະພາບວ່າ, ການແລກປ່ຽນຢ່າງເລິກເຊິ່ງກ້ວາງຂວາງກ່ຽວກັນການພົວພັນສອງຝ່າຍ ແລະ ບັນດາບັນຫາຕ່າງມີຄວາມສົນໃຈ ຂອງການນຳສອງປະເທດ ຈະແມ່ນການນຳພາການພົວພັນ ຈີນ-ອາເມລິກາ ພັດທະນາຢ່າງຖືກທິດ.

ຕອບກັບ

ຂ່າວ/ບົດ​ອື່ນ