ປະທານປະເທດຫວຽດນາມຕ້ອນຮັບ ເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ
(VOVWORLD) -ຕອນບ່າຍວັນທີ 28 ເມສານີ້, ຢູ່ແຂວງ ຮ່າຕິ້ງ, ທ່ານປະທານປະເທດຫວຽດນາມ ເລືອງເກືອງ ໄດ້ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ເນື່ອງໃນໂອກາດທີ່ທ່ານມາຢ້ຽມຢາມ ສສ ຫວຽດນາມ ເພື່ອເຂົ້າຮ່ວມພິທີເປີດ ທ່າກຳປັ່ນເລກ 3 – ທ່າກຳປັ່ນຫວຸງອ້າງ, ເຊິ່ງແມ່ນໜຶ່ງໃນບັນດາ ໂຄງການ ສຳຄັນເຊື່ອມຕໍ່ເສດຖະກິດຂອງສອງ ປະເທດ ແລະ ເຂົ້າຮ່ວມພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ຫວຽດນາມ ທ້ອນໂຮມປະເທດຊາດເປັນເອກະພາບ (ວັນທີ 30ເມສາ 1975 - ວັນທີ 30 ເມສາ 2025)
ທ່ານປະທານປະເທດຫວຽດນາມ ເລືອງເກືອງ ໃຫ້ການຕ້ອນຮັບທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ |
ທີ່ການຕ້ອນຮັບ, ທ່ານປະທານປະເທດ ເລືອງເກືອງ ເນັ້ນໜັກວ່າ: ພິທີເປີດນຳໃຊ້ທ່າກຳປັ່ນເລກ 3 - ທ່າກຳປັ່ນ ຫວູງອ້າງ ແມ່ນເຫດການສຳຄັນດ້ານການເມືອງ ແລະ ການຕ່າງປະເທດ, ເປັນສັນຍາລັກອັນມີຊີວິດຊີວາ ຂອງສາຍພົວພັນແບບພິເສດຫວຽດນາມ - ລາວ, ໄດ້ສະແດງໃຫ້ເຫັນຄວາມຕັດສິນໃຈຂອງສອງຝ່າຍໃນການເຊື່ອມຈອດ ແລະ ຊຸກຍູ້ການຮ່ວມມືພັດທະນາລະຫວ່າງ 2 ປະເທດ. ທ່ານປະທານປະເທດ ເຊື່ອໝັ້ນວ່າ, ທ່າກຳປັ່ນເລກ 3 – ທ່າກຳປັ່ນ ວຸ້ງອ້າງ ຈະຕອບສະໜອງຄວາມຕ້ອງການດ້ານການຂົນສົ່ງສິນຄ້າຂອງສອງປະເທດເພີ່ມຂຶ້ນ, ຮັບໃຊ້ການຂົນສົ່ງສິນຄ້າຜ່ານແດນ ແລະ ການຮ່ວມມືດ້ານການຄ້າກັບລາວເປັນຢ່າງດີ, ປະກອບສ່ວນພັດທະນາ ແລະ ເຊື່ອມໂຍງເສດຖະກິດຂອງແຕ່ລະປະເທດ.
ສ່ວນທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ເນັ້ນໜັກວ່າ: ໂຄງການທ່າກຳປັ່ນເລກ 3 - ທ່າກຳປັ່ນຫວຸງອ້າງ ແມ່ນສັນຍາລັກຂອງນ້ຳໃຈມິດຕະພາບ ຫວຽດນາມ - ລາວ ໃນໄລຍະໃໝ່; ເປັນໂຄງການທີ່ປະກອບສ່ວນເຂົ້າໃນການຜັນຂະຫຍາຍປະຕິບັດຍຸດທະສາດ “ຫັນປະເທດລາວຈາກປະເທດບໍ່ຕິດກັບທະເລກາຍເປັນ ປະເທດເຊື່ອມໂຍງ”; ແມ່ນຮູບແບບການຮ່ວມມືຍຸດທະສາດ, ມີຄວາມໝາຍພິເສດໃນດ້ານການເມືອງ, ເສດຖະກິດ, ການປ້ອງກັນຊາດປ້ອງກັນຄວາມສະຫງົບ. ທ່ານເລຂາທິການໃຫຍ່, ປະທານປະເທດລາວ ທອງລຸນ ສີສຸລິດ ກໍ່ໄດ້ສະແດງຄວາມຊົມເຊີຍ ແລະ ຢັ້ງຢືນວ່າ: ພິທີສະເຫຼີມສະຫຼອງ 50 ປີແຫ່ງວັນປົດປ່ອຍພາກໃຕ້ ແລະ ທ້ອນໂຮມປະເທດຊາດເປັນເອກະພາບ ແມ່ນມີຄວາມໝາຍສຳຄັນຍິ່ງຕໍ່ພັກ, ລັດ ແລະ ປະຊາຊົນຫວຽດນາມ; ແມ່ນໄຊຊະນະຂອງກຳລັງປະຕິວັດໂລກ, ປະກອບສ່ວນຊຸກຍູ້ການຕໍ່ສູ້ອັນຊອບທຳຂອງປະຊາຊົນໂລກ. ທ່ານເລຂາທິການໃຫຍ່, ປະທານປະເທດ ລາວ ທອງລຸນ ສີສຸລິດ ຢືນຢັນວ່າ ນີ້ແມ່ນໄຊຊະນະອັນສະຫງ່າລາສີຂອງປະຊາຊົນຫວຽດນາມ ແລະ ທັງ 3 ປະເທດຫວຽດນາມ - ລາວ - ກຳປູເຈຍ.