ປະທານປະເທດຫວຽດນາມເຈືອງເຕີ້ນຊາງສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ເຊັກໂກ


ປະທານປະເທດຫວຽດນາມເຈືອງເຕີ້ນຊາງສິ້ນສຸດການຢ້ຽມຢາມທາງລັດຖະກິດ ສ.ເຊັກໂກ - ảnh 1
ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງເຕີ້ນ​ຊາງ ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເຊັກ​ໂກ Milos Zeman

(vovworld)- ຕອນ​ທ່ຽງ​ວັນ​ທີ 13/5, ຕາມ​ເວ​ລາ​ ປ​ະຣາ​ຮາ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງເຕີ້ນ​ຊາງ ແລະ ພັນ​ລະ​ຍາ ພ້ອມ​ດ້ວຍ​ຄະ​ນະ​ໄດ້​ອອກ​ຈາກ​ນະ​ຄອນຫຼວງ ປະ​ຣາ​ຮາ, ເດີນ​ທາງ​ໄປ​ຢ້ຽມ​ຢາມ​ອາ​ແຢັກ​ບາຍ​ຢານ ຢ່າງ​ເປັນ​ທາງ​ການແຕ່​ວັນ​ທີ 13-15/5. ກ່ອນ​ໜ້ານັ້ນ, ຕອນ​ເຊົ້າ​ວັນ​ທີ 13/5, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງເຕີ້ນ​ຊາງ ໄດ້​ມີ​ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊັກ​ໂກ Sobotka, ໃຫ້​ການ​ຕ້ອນ​ຮັບ​ຮອງ​ປະ​ທານ​ຄະ​ນະ​ກຳ​ມາ​ທິ​ການ​ການ​ຄ້າ​ສາ​ກົນ​ລັດ​ຖະ​ສະ​ພາ​ເອີ​ລົບ Jan Zahradil . ທີ່ການ​ພົບ​ປະ​ກັບ​ທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊັກ​ໂກ Sobotka, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງເຕີ້ນ​ຊາງ ຢືນ​ຢັນ​ວ່າ ຫວຽດ​ນາມ​ຍາ​ມໃດກໍ​ຖື​ເປັນ​ສຳ​ຄັນ ແລະ ຫວັງ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ມິດ​ຕະ​ພາບ ແລະ ການ​ຮ່ວມ​ມື​ກັບ​ບັນ​ດາ​ປະ​ເທດ​ທີ່​ເປັນ​ມູນ​ເຊື້ອ, ໃນ​ນັ້ນ ມີເຊັກ​ໂກ. ສ່ວ​ນທ່ານ​ນາ​ຍົກ​ລັດ​ຖະ​ມົນ​ຕີ ເຊັກ​ໂກ Sobotka ຢືນ​ຢັນ​ວ່າ ຫວຽດ​ນາມ​ແມ່ນ​ຄູ່​ຮ່ວມ​ມື​ບຸ​ລິ​ມະ​ສິດ​ຂອງ​ເຊັກ​ໂກ​ໃນ​ພາກ​ພື້ນ​ອາ​ຊີ​ຕາ​ເວັນ​ອອກ​ສ່ຽງ​ໃຕ້ ແລະ ເຊັກ​ໂກ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ກັບ EU, ພ້ອມ​ແລ້ວ​ທີ່​ຈະ​ໜູນ​ຊ່ວຍ​ຊຸກ​ຍູ້ EU ໃຫ້​ສັດ​ຕະ​ຍາ​ບັນ​ສັນ​ຍ​າ PCA ໂດຍ​ໄວ, ສຳ​ເລັດ​ການ​ເຈ​ລະ​ຈາ, ລົງ​ນາມ​ໃນ​ສັນ​ຍາ​ການ​ຄ້າ​ເສ​ລີ​ຫວຽດ​ນາມ - EU ໃນ​ໄວໆ​ນີ້. ໃນ​ຕອນ​ເຊົ້າ​ຂອງວັນ​ດຽວ​ກັນ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງເຕີ້ນ​ຊາງ ໄດ້​ໄປ​ວາງ​ພວງມາ​ລາຢູ່​ອະ​ນຸ​ສາ​ວະ​ລີ​ແຫ່ງ​ຊາດ Vitkov ແລະ ຢ້ຽມ​ຢາມ​ຫໍ​ພິ​ພິ​ທະ​ພັນ​ປະ​ຫວັດ​ສາດ​ແຫ່ງ​ຊາດ​ເຊັກ​ໂກ.

    ແລະ ກໍ​ໃນ​ຂອບ​ເຂດ​ການ​ຢ້ຽມ​ຢາມ ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ​ເຈືອງເຕີ້ນ​ຊາງ ໄດ້​ມີ​ການ​ເຈ​ລະ​ຈາ​ກັບ​ປະ​ທາ​ນາ​ທິ​ບໍ​ດີ ເຊັກ​ໂກ Milos Zeman, ພົບ​ປະ​ກັບ​ປະ​ທານ​ສະ​ພາ​ສູງ ແລະ ສ​ະພາ​ຕ່ຳຂອງ​ເຊັກ​ໂກ. ທີ່​ການ​ພົບ​ປະ​ເຫຼົ່າ​ນັ້ນ, ການ​ນຳ 2 ປະ​ເທດ ໄດ້​ສະ​ແດງ​ຄວາມ​ເພິ່ງ​ພໍ​ໃຈ​ກ່ຽວ​ກັບ​ສາຍ​ພົວ​ພັນ​ມິດ​ຕະ​ພາບ​ຊຶ່ງ​ໄດ້​ສະ​ແດງ​ອອກ​ຜ່ານ​ການ​ສົນ​ທະ​ນາ​ການ​ເມືອງ ແລະ ບັນ​ດາ​ການ​ເຄື່ອນ​ໄຫວ 2 ຝ່າຍ​ໃນຫຼາຍ​ຂົງ​ເຂດ. ການ​ນຳ 2 ປະ​ເທດ​ໄດ້​ເຫັນ​ດີ​ເພີ່ມ​ທະ​ວີ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ລົງ​ທຶນ. 2 ຝ່າຍ​ເຫັນ​ດີ​ສືບ​ຕໍ່​ປະ​ກອບ​ສ່ວນ​ເຂົ້າ​ໃນ​ການ​ຮັກ​ສາ​ສັນ​ຕິ​ພາບ, ສະ​ຖຽນ​ລະ​ພາບ​ໃນ​ພາກ​ພື້ນ ແລະ ໃນ​ໂລກ, ແກ້​ໄຂ​ການ​ຂັດ​ແຍ້ງ​ດ້ວຍ​ມາດ​ຕະ​ການ​ໂດຍ​ສັນ​ຕິ​ວິ​ທີ​ບົນ​ພື້ນ​ຖານ​ເຄົາ​ລົບ​ກົດ​ໝາຍ​ສາ​ກົນ.
ຂ່າວ/ບົດ​ອື່ນ