ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອັງກິດ ແລະອຽກລັງເໜືອ, ເອກອັກຄະລັດຖະທູດໂຮ​ນ​ລັງ

(VOVWORLD) -ຕອນເຊົ້າວັນທີ 7 ມິຖຸນາ, ທີ່ທຳນຽບປະທານປະເທດຫວຽດນາມ, ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ໄດ້ໃຫ້ການຕ້ອນຮັບທ່ານ Giles Levers ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ທ່ານນາງ Nienke Trooster ເອກອັກຄະລັດຖະທູດລາຊະອານາຈັກໂຮນລັງ ປະຈຳຫວຽດນາມ  ໄດ້ເຂົ້າຢ້ຽມອຳລາ ເນື່ອງໃນໂອກາດສິ້ນສຸດອາຍຸການປະຕິບັດໜ້າທີ່ທາງການທູດຢູ່ຫວຽດນາມ.
ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອັງກິດ ແລະອຽກລັງເໜືອ, ເອກອັກຄະລັດຖະທູດໂຮ​ນ​ລັງ - ảnh 1 ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງ ຕ້ອນຮັບທ່ານ Giles Levers ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ

ທີ່ການຕ້ອນຮັບ ທ່ານ Giles Levers ເອກອັກຄະລັດຖະທູດສະຫະພັນລາຊະອານາຈັກອັງກິດ ແລະ ອຽກລັງເໜືອ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຫວັງວ່າ ໃນໄລຍະຈະມາເຖິງ ສອງຝ່າຍຈະສືບຕໍ່ເສີມຂະຫຍາຍບັນດາໝາກຜົນທີ່ບັນລຸໄດ້ ແລະ ສູ້ຊົນຍົກສູງການພົວພັນເສດຖະກິດສອງຝ່າຍ ໃຫ້ສົມກັບຂອບເຂດຄູ່ຮ່ວມມືຍຸດທະສາດ ແລະ ຄວາມສາມາດບົ່ມຊ້ອນໃນການຮ່ວມມືຂອງສອງປະເທດ; ພ້ອມກັນນັ້ນ ກໍສະເໜີໃຫ້ອັງກິດສະໜັບສະໜູນຫວຽດນາມສະເໜີເຂົ້າຕຳແໜ່ງເປັນກຳມະການບໍ່ປະຈຳການສະພາຄວາມໝັ້ນຄົງສະຫະປະຊາຊາດ ອາຍຸການ 2020 – 2021. ສ່ວນທ່ານເອກອັກຄະລັດຖະທູດ Giles Levers ປາດຖະໜາວ່າ ໄປຄຽງຄູ່ກັບການຮ່ວມມືດ້ານການຄ້າ, ການສຶກສາ, ຫວຽດນາມ ແລະ ອັງກິດຈະເປີດກວ້າງການຮ່ວມມືສອງຝ່າຍໄປສູ່ຂົງເຂດໃໝ່ຄື: ການຮັບມືກັບການປ່ຽນແປງຂອງດິນຟ້າອາກາດ, ການຄົ້ນຄວ້າວິທະຍາສາດ, ສາທາລະນະສຸກ ແລະ ການປ້ອງກັນຊາດປ້ອງກັນຄວາມສະຫງົບ.

ປະທານປະເທດເຈີ່ນດ້າຍກວາງ ຕ້ອນຮັບທ່ານເອກອັກຄະລັດຖະທູດອັງກິດ ແລະອຽກລັງເໜືອ, ເອກອັກຄະລັດຖະທູດໂຮ​ນ​ລັງ - ảnh 2ທ່ານປະທານປະເທດຫວຽດນາມ ເຈີ່ນດ້າຍກວາງຕ້ອນຮັບທ່ານນາງ Nienke Trooster ເອກອັກຄະລັດຖະທູດລາຊະອານາຈັກໂຮນລັງ ປະຈຳຫວຽດນາມ 

ໃນການຕ້ອນຮັບທ່ານນາງເອກອັກຄະລັດຖະທູດລາຊະອານາຈັກໂຮນລັງ Nienke Trooster, ທ່ານປະທານປະເທດ ເຈີ່ນດ້າຍກວາງ ຢັ້ງຢືນວ່າ ຫວຽດນາມຍາມໃດກໍເຄົາລົບນັບຖືອາລົມຈິດຂອງປະຊາຊົນໂຮນລັງ ທີ່ສະຫງວນໃຫ້ແກ່ຫວຽດນາມ; ພ້ອມທັງສະແດງຄວາມຂອບອົກຂອບໃຈຕໍ່ແຫຼ່ງທຶນ ODA ຂອງບັນດາອົງການຈັດຕັ້ງ ແລະ ປະຊາຊົນໂຮນລັງ ອັນໄດ້ປະກອບສ່ວນຍົກສູງຄຸນນະພາບການດຳລົງຊີວິດຂອງປະຊາຊົນ. ທ່ານປະທານປະເທດ ປາດຖະໜາວ່າ ໂຮນລັງຈະຊຸກຍູ້ ແລະ ສະໜັບສະໜູນການລົງນາມ ແລະ ໃຫ້ສັດຕະຍາບັນສັນຍາ EVFTA ຢ່າງເປັນທາງການ ໂດຍໄວ. ສ່ວນທ່ານນາງ Nienke Trooster ຖືວ່າ ສອງຝ່າຍຈະເພີ່ມທະວີການຮ່ວມມືກວ່າອີກໃນການຮ່ວມມືເສດຖະກິດ, ການຄ້າ ແລະ ການລົງ   ທຶນ; ພ້ອມທັງປາດຖະໜາວ່າ ໂຮນລັງຈະຮ່ວມມືກັບຫວຽດນາມໃນຂົງເຂດການເດີນທະເລ, ເຊິ່ງແມ່ນຂົງເຂດທີ່ໂຮນລັງມີທ່າແຮງ.


ຕອບກັບ

ຂ່າວ/ບົດ​ອື່ນ