ປະທານປະເທດເຈີ່ນດ້າຍກວາງກວດກາວຽກງານແກ້ໄຂຄວາມເສຍຫາຍຍ້ອນພາຍຸ,ນ້ຳຖ້ວມຢູ່ດ່ານັ້ງ

(VOVWORLD) -ໃນຊຸມປີຜ່ານມາ, ສະພາບພາຍຸ, ນ້ຳຖ້ວມມີການຜັນແປຢ່າງສັບສົນ ກໍ່ຄວາມເສຍຫາຍຢ່າງໃຫຍ່ຫຼວງກ່ຽວກັບຊີວິດອີນຊີ ແລະ ຊັບສິນຢູ່ບັນດາແຂວງທາງພາກກາງ ແລະ ທາງທິດໃຕ້ພາກກາງ.
ປະທານປະເທດເຈີ່ນດ້າຍກວາງກວດກາວຽກງານແກ້ໄຂຄວາມເສຍຫາຍຍ້ອນພາຍຸ,ນ້ຳຖ້ວມຢູ່ດ່ານັ້ງ - ảnh 1 (ທ່ານປະທານປະເທດເຈີ່ນດ້າຍກວາງກວດກາວຽກງານແກ້ໄຂຄວາມເສຍຫາຍຍ້ອນພາຍຸ,ນ້ຳຖ້ວມ)

ວັນທີ 07 ພະຈິກ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປນະຄອນດ່ານັ້ງ ເພື່ອກວດກາວຽກງານແກ້ໄຂຄວາມເສຍຫາຍຍ້ອນພາຍຸ Damrey ກໍ່ຂຶ້ນ.

        ໄປຢ້ຽມຢາມບາງຄອບຄົວເປົ້າໝາຍນະໂຍບາຍ, ຄອບຄົວທຸກຍາກຖືກເສຍຫາຍຢ່າງໜັກໜ່ວງຍ້ອນຝົນຕົກ, ນ້ຳຖ້ວມ, ທ່ານປະທານປະເທດ ໄດ້ມອບຂອງຂວັນໃຫ້ບັນດາຄອບຄົວດັ່ງກ່າວ ແລະ ປາດຖະໜາວ່າ ປະຊາຊົນຢູ່ເຂດຖືກເສຍຫາຍຈະຜ່ານຜ່າຄວາມຫຍຸ້ງຍາກນີ້ ແລະ  ຄ່ອຍໆກັບຄືນສູ່ຊີວິດເປັນປົກກະຕິໂດຍໄວ, ຟື້ນຟູການເຄື່ອນໄຫວທຳການຜະລິດ

        ແລະກໍ່ໃນວັນດຽວກັນ, ທ່ານປະທານປະເທດ ເຈີ່ນດ້າຍກວາງ ໄດ້ໄປກວດກາວຽກງານເຮັດອະນາໄມທຳຄວາມສະອາດສິ່ງແວດລ້ອມ, ປະດັບປະດາຕົກແຕ່ງຕົວເມືອງເພື່ອຮັບໃຊ້ສັບປະດາຂັ້ນສູງ APEC 2017.

        ກ່ອນໜ້ານັ້ນ, ຕອນບ່າຍວັນທີ 07 ພະຈິກ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ ໄດ້ໄປນະຄອນໂຮ້ຍອານ, ແຂວງກວາງນາມ, ໄດ້ໄປກວດກາຢູ່ບັນດາຖະໜົນຖືກນ້ຳຖ້ວມຢ່າງໜັກໜ່ວງ, ກວດກາຜົນຮ້າຍຢ້ອນຫຼັງຈາກພາຍຸ, ນ້ຳຖ້ວມພາຍຫຼັງພາຍຸ Damrey ກໍ່ຂຶ້ນ ແລະ ເຮັດວຽກກັບຄະນະກຳມະການແຂວງກວາງນາມ ແລະ ນະຄອນໂຮ້ຍອານ ກ່ຽວກັບເລື່ອງເປັນເຈົ້າການໃນການແກ້ໄຂຄວາມເສຍຫາຍຍ້ອນພາຍຸ, ນ້ຳຖ້ວມກໍ່ຂຶ້ນ.

ຕອບກັບ

ຂ່າວ/ບົດ​ອື່ນ