ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ

ປະທານປະເທດເຈີນດ້າຍກວາງຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ - ảnh 1
(ທ່ານປະທານປະເທດເຈີນດ້າຍກວາງ
ຕ້ອນຮັບເອກອັກຄະລັດຖະທູດນິວຊີແລນ)

(vovworld) ​- ຕອນ​ບ່າຍ​ວັນ​ທີ 02/12, ຢ​ູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ໃຫ້​ການ​ຕ້ອນ​ຮັບ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ​ນິວ​ຊີ​ແລນ Haike Manning ເຂົ້າ​ຢ້ຽມ​ອຳ​ລາ ເນື່ອງ​ໃນ​ໂອ​ກາດ​ສິ້ນ​ສຸດ​ການປະ​ຕິ​ບັດ​ໜ້າ​ທີ່​ການ​ທູດຢູ່​ຫວຽດ​ນາມ. ນ​ະ​ທີ່ນີ້, ທ່ານ​ປະ​ທານ​ປະ​ເທດ ເຈີນ​ດ້າຍກວາງ ໄດ້​ຕີ​ລ​າ​ຄາ​ສູງ​ບັນ​ດາ​ການ​ປະ​ກອບ​ສ່ວນ​ຢ່າງ​ຕັ້ງ​ໜ້າ​ຂອງ​ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃນ​ການ​ເພີ່ມ​ທະ​ວີ ແລະ ເຮັດ​ໃຫ້​ການ​ພົວ​ພັ​ນ​ຄູ່​ຮ່ວມ​ມື​ຮອບ​ດ້ານ​ຫວຽດ​ນາມ - ນິວ​ຊີ​ແລນ ເລິກ​ເຊິ່ງ​ກວ່າ. ທ່ານ​ປະ​ທານ​ປະ​ເທດ ໄດ້​ຂອບ​ໃຈ​ນິວ​ຊີ​ແລນ ຍາມ​ໃດ​ກໍ​ຮັກ​ສາ​ແຫຼ່ງ​ທຶນ​ອຸ​ປະ​ຖ​ຳ​ພັດ​ທະ​ນາ​ຢ່າງ​ເປັນ​ທາງ​ການ (ODA) ໃຫ້​ແກ່​ຫວຽດ​ນາມ ຜ່ານ​ແຕ່​ລະ​ປີ. ທ່ານ​ປະ​ທານ​ປະ​ເທດ ສະ​ເໜີ​ໃຫ້​ນິວ​ຊີ​ແລນ ສືບ​ຕໍ່​ໜູນ​ຊວ່ຍ​ຫວຽດ​ນາມ ໃນ​ບັນ​ດາ​ຂົງ​ເຂດ​ຄື: ການ​ສຶກ​ສາບ​ຳ​ລຸ​ງ​ສ້າງ, ການ​ພັດ​ທະ​ນາ​ກະ​ສິ​ກຳ​ຊົນ​ນະ​ບົດ, ຍົກ​ສູງ​ກຳ​ລັງ​ປະ​ຕິ​ບັດ​ກົດ​ໝາຍ​ບົນ​ທະ​ເລ… ທ່ານ​ປະ​ທານ​ປະ​ເທດ ຢືນ​ຢັນ​ວ່າ, ຫວຽດ​ນາມ ຊົ​ມ​ເຊີຍ ແລະ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ໃຫ້​ບັນ​ດາ​ວິ​ສາ​ຫະ​ກິດ​ນິວ​ຊີ​ແລນ ມາ​ລົງ​ທຶນ ແລະ ດຳ​ເນີນ​ທຸ​ລະ​ກິດ​ຢູ່​ຫວຽດ​ນາມ.

        ສ່ວນ​ທ່ານເອກ​ອັກ​ຄະ​ລັດ​ຖະ​ທູດ​ Haike Manning ປ​າດ​ຖະ​ໜາ​ວ່າ 2 ຝ່າຍ​ຕ້ອງ​ເພີ່ມ​ທະ​ວີ​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ສຶກ​ສາ, ບຳ​ລຸງ​ສ້າງ, ກະ​ສິ​ກຳ​ ແລະ ຄວາມ​ປອດ​ໄພ​ດ້ານ​ທັນ​ຍ​າ​ຫານ, ​ເຊິ່ງ​ແມ່ນຂົງ​ເຂດ​​ທີ່​ນິວ​ຊີ​ແລນ ມີ​ທ່າ​ແຮງ ແລະ ຫວຽດ​ນາມ ມີ​ຄວາມ​ຕ້ອງ​ການ. ທ່ານ​ເອກ​ອັກ​ຄະ​ລັດ​ຖະ​ທູດ ໃຫ້​ຄຳ​ໝັ້ນ​ສັນ​ຍາ​ຈະ​ສະ​ໜັບ​ສະ​ໜູນ​ຫວຽດ​ນາມ ຈັດ​ຕັ້ງ​ປີ APEC 2017 ໃຫ້ສຳ​ເລັດ​ຜົນ.

ຂ່າວ/ບົດ​ອື່ນ