ປະທານປະເທດເຈີ່ນດ້າຍກວາງຮຽກຮ້ອງໃຫ້ຂະແໜງສາທາລະນະສຸກພັດທະນາເຕັກນິກລົງເລິກຂະແໜງ

ປະທານປະເທດເຈີ່ນດ້າຍກວາງຮຽກຮ້ອງໃຫ້ຂະແໜງສາທາລະນະສຸກພັດທະນາເຕັກນິກລົງເລິກຂະແໜງ - ảnh 1
ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ເຂົ້າ​ຮ່ວມ​ພິ​ທີ​ສະ​ເຫຼີມ​ສະ​ຫລອງ

(vovworld) – ​​ ຕອນ​ເຊົ້າ​ວັນ​ທີ 23/12, ຢູ່​ຮ່າ​ໂນ້ຍ, ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດນາມ - ເຢຍ​ລະ​ມັນ ໄດ້​ຈັດ​ຕັ້ງ​ພິ​ທີ​ສະ​ເຫຼີມ​ສະຫຼອງ 110 ປີ​ແຫ່ງວັນ​ສ້າງ​ຕັ້ງ (1906 – 2016) ​ຢ່າງ​ສົມ​ກຽດ ແລະ ຕ້ອນ​ຮັບຫຼຽນ​ໄຊ​ແຮງ​ງານ​ຊັ້ນ​ໜຶ່ງ​ຄັ້ງ​ທີ 2. ກ່າ​ວ​ຄຳ​ເຫັນ​ທີ່​ພິ​ທີ​ສະ​ເຫຼີມ​ສະຫຼອງ, ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ອວຍ​ພອນ ແລະ ຍ້ອງ​ຍໍ​ຊົມ​ເຊີຍ​ບັນ​ດາ​ຜົນ​ງານ, ການ​ປະ​ກອບ​ສ່ວນ​ອັນ​ໃຫຍ່ຫຼວງ​ຂອງ​ທ່ານ​ໝໍ, ພາ​ລະ​ກອນ​ການ​ແພດ, ພະ​ນັກ​ງານ​ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ນາມ - ເຢຍ​ລະ​ມັນ ລຸ້ນ​ຕ່າງໆ​ສຳ​ລັບ​ພາ​ລະ​ກິດ​ສົ່ງ​ເສີມ​ ແລະ ປົກ​ປ້ອງສຸ​ຂະ​ພາບ​ຂອງ​ປະ​ຊາ​ຊົນ. ທ່ານ​ປະ​ທານປະ​ເທດ ເຈີ່ນ​ດ້າຍກວາງ ສະ​ເໜີ​ໃຫ້​ຂະ​ແໜງ​ການ​ແພດ​ເວົ້າ​ລວມ, ໂຮງ​ໝໍ​ມິດ​ຕະ​ພາບ ຫວຽດ​ນາມ - ເຢຍ​ລະ​ມັນ ​ເວົ້າ​ສະ​ເພາະ, ສຸມ​ໃສ່​ຍົກ​ສູງ​ຄຸນ​ນະ​ພາບ​ວຽກ​ງານ ກວດ, ປິ່ນ​ປົວ​ພະ​ຍາດ, ສືບ​ຕໍ່​ປ່ຽນ​ໃໝ່​ວຽກ​ງານ​ເບິ່ງ​ແຍງ​ດູ​ແລ, ຄຸ້ມ​ຄອງ​ຄົນ​ເຈັບ, ເຮັດ​ວຽກ​ງານ​ຮັບ​ໃຊ້ດ້ານ​ການ​ແພດ​​ເນື່ອງໃນໂອ​ກາດ​ງານ​ບຸນ​ຕ່າງໆ​ເປັນ​ຢ່າງ​ດີ… ທ່ານ​ປະ​ທານ​ປະ​ເທດ ເຈີ່ນ​ດ້າຍກວາງ ໄດ້​ມອບ​ໜ້າ​ທີ່​ໃຫ້​ຂະ​ແໜງ​ສາ​ທາ​ລະ​ນະ​ສຸກ ສຸມ​ໃສ່​ພັດ​ທະ​ນາ​ເຕັກ​ນິກ​ປາຍ​ແຫຼມ,ລົງ​ເລິກ​ຂະ​ແໜງ, ຕອ​ບ​ສະ​ໜອງ​ຄວາມ​ຕ​້ອງ​ການ​ເບິ່ງ​ແຍງ​ດູ​ແລ​​ສຸ​ຂະ​ພາບ​ປະ​ຊາ​ຊົນ​ໃຫ້​ນັບ​ມື້​ນັບ​ສູງ ແລະ ເປັນຫຼາຍ​ຮູບ​ຫຼາຍ​ແບບ, ຍູ້​ແຮງ​ການ​ຄົ້ນ​ຄ້​ວາ​ວິ​ທະ​ຍາ​ສາດ, ສຳ​ພັດ ແລະ ໝູນ​ໃຊ້​ບັນ​ດາ​ຜົນ​ງານ​ກ່ຽວ​ກັບ​ວິ​ທະ​ຍາ​ສາດ - ເຕັກ​ນິກ​​ທີ່ກ້າວ​ໜ້າ​ໃນ​ການກວດ, ປິ່ນ​ປົວ​ພະ​ຍາດ, ເອົາ​ໃຈ​ໃສ່​ວຽກ​ງານ​ບຳ​ລຸງ​ສ້າງ ແລະ ຊີ້​ນຳ​​ດ້ວຍໂຮງ​ໝ​ໍ​​ນ້ອຍ, ປະ​ກອບ​ສ່ວນ​ຍົກ​ສູງ​ຄຸນ​ນະ​ພາບ​ໂຮງ​ໝໍ ແລະ ການ​ແພດ​ຂັ້ນ​ຮາ​ກ​ຖານ.


ຂ່າວ/ບົດ​ອື່ນ