ປະທານປະເທດເຈິ່ນດ້າຍກວາງໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຄ້າຈີນ

(VOVWORLD) -           ວັນທີ 20/5, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ໃຫ້ການຕ້ອນຮັບທ່ານ ຢອງຊານ ລັດຖະມົນຕີກະຊວງການຄ້າຈີນ
ປະທານປະເທດເຈິ່ນດ້າຍກວາງໃຫ້ການຕ້ອນຮັບລັດຖະມົນຕີກະຊວງການຄ້າຈີນ - ảnh 1 ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕ້ອນຮັບທ່ານ ຢອງຊານ (ພາບ: ຫວຽດນາມ+)

ທີ່ການຕ້ອນຮັບ, ທ່ານປະທານປະເທດ ເຈິ່ນດ້າຍກວາງ ຕີລາຄາສູງທ່າອ່ຽງພັດທະນາຢ່າງຕັ້ງໜ້າຂອງການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ໃນໄລຍະຜ່ານມາ, ພິເສດແມ່ນການພົວພັນຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນ, ຮັກສາທ່າເຕີບໂຕຢ່າງມີສະຖຽນລະພາບ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ເນັ້ນໜັກວ່າ, ຫວຽດນາມ ຖືເປັນສຳຄັນເລື່ອງເປີດກວ້າງ ແລະ ຍົກສູງປະສິດທິຜົນການຮ່ວມມືດ້ານເສດຖະກິດ, ການຄ້າ ແລະ ການລົງທຶນກັບຈີນ, ຜ່ານນັ້ນປະກອບສ່ວນນຳການພົວພັນຄູ່ຮ່ວມມືຍຸດທະສາດຮອບດ້ານ ຫວຽດນາມ - ຈີນ ເຂົ້າສູ່ລວງເລິກ.

ທ່ານປະທານປະເທດ ເຈິ່ນດ້າຍກວາງ ສະເໜີຝ່າຍ ຈີນ ສ້າງເງື່ອນໄຂກວ່າອີກໃຫ້ແກ່ການແຈ້ງພາສີສຳລັບສິນຄ້າຜ່ານຊາຍແດນຕ່າງໆລະຫວ່າງສອງປະເທດ ເພື່ອແນໃສ່ຊຸກຍູ້ການພັດທະນາເສດຖະກິດ ແລະ ຍົກສູງຊີວິດການເປັນຢູ່ຂອງປະຊາຊົນເຂດຊາຍແດນສອງປະເທດ. ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ຫວັງວ່າສອງຝ່າຍຈະຕັ້ງໜ້າຄົ້ນຄ້ວາ, ແລກປ່ຽນນຳກັນກ່ຽວກັບເລື່ອງກໍ່ສ້າງເຂດເສດຖະກິດຜ່ານຊາຍແດນໃຫ້ເໝາະສົມກັບຜົນປະໂຫຍດ ແລະ ຍຸດທະສາດພັດທະນາຢ່າງໝັ້ນຄົງຂອງແຕ່ລະປະເທດ. ເນື່ອງໃນໂອກາດນີ້. ທ່ານປະທານປະເທດ ເຈິ່ນດ້າຍກວາງ ກໍ່ຕີລາຄາສູງການສະໜັບສະໜູນ ແລະ ການສົມທົບກັນຢ່າງແໜ້ນແຟ້ນຂອງຈີນໃນປີ APEC 2017 ນີ້.

ຕອບກັບ

ຂ່າວ/ບົດ​ອື່ນ