ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບປະທານສະພາສູງເຊັກໂກMilanStech

ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບປະທານສະພາສູງເຊັກໂກMilanStech - ảnh 1
ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ ຕ້ອນຮັບ​
ທ່ານ Milan Stech, ປະທານ​ສະພາ​ສູງ ສ.​ເຊັກ​ໂກ
(ພາບ: NguyenKhang/TTXVN)

(vovworld) – ​ຕອນ​ບ່າຍ​ວັນ​ທີ 16/11 ຢູ່​ຮ່າ​ໂນ້ຍ, ທ່ານ​ປະທານ​ປະ​ເທດ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ ​ໄດ້​ໃຫ້ການ​ຕ້ອນຮັບ​ທ່ານ Milan Stech, ປະທານ​ສະພາ​ສູງ ສ.​ເຊັກ​ໂກ ທີ່ພວມ​​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຢືນຢັນ​ວ່າ: ຫວຽດນາມ ​ແລະ ​ເຊັກ​ໂກ ມີ​ການ​ພົວພັນ​ມິດຕະພາບ​ທີ່​ເປັນ​ມູນ​ເຊື້ອ, ຫວຽດນາມ ຍາມ​ໃດ​ກໍຈົດ​ຈຳການ​ຊ່ວຍ​ເຫຼືອ ​ແລະ ສະໜັບສະໜູນ ​ເຊິ່ງ​ເຊັກ​ໂກ ສະ​ຫງວນ​ໃຫ້ ຫວຽດນາມ ​ໃນ​ເມື່ອ​ກ່ອນ​ກໍ​່ຄື​ໃນ​ປະຈຸ​ບັນ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີ ​ເຊັກ​ໂກ ​ຊຸກຍູ້​ລັດຖະສະພາ ອີ​ຢູ ຮັບຮອງ​ເອົາ​ສັນຍາ​ຄູ່​ຮ່ວມ​ມື - ຮ່ວມ​ມື​ຮອບດ້ານ (PCA) ລະຫວ່າງ ຫວຽດນາມ - ອີ​ຢູ ​ໂດຍ​ໄວ.

        ສ່ວນ​ທ່ານ​ປະທານ​ສະພາ​ສູງ ​ເຊັກ​ໂກ Milan Stech ​ກໍ່ໃຫ້​ຮູ້​ວ່າ: ​ເຊັກ​ໂກ ຈະ​ຕັ້ງໜ້າ​ຊຸກຍູ້​ລັດຖະສະພາ ອີ​ຢູ ຮັບຮອງ​ເອົາ​ສັນຍາ​ຄູ່​ຮ່ວມ​ມື - ຮ່ວມ​ມື​ຮອບດ້ານ ອີ​ຢູ - ຫວຽດນາມ ​ໂດຍ​ໄວ.

 

ຂ່າວ/ບົດ​ອື່ນ