ປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຫົວໜ້າຫ້ອງການກະຊວງວິທະຍາສາດແລະສິລະປະລັດHessen,ເຢຍລະມັນ
ທ່ານປະທານປະເທດເຈືອງເຕີ໋ນຊາງຕ້ອນຮັບຫົວໜ້າ
ຫ້ອງການກະຊວງວິທະຍາສາດແລະສິລະປະລັດHessen
(ພາບ: TTXVN)
(vovworld) – ຕອນບ່າຍວັນທີ 08/10, ຢູ່ສຳນັກງານປະທານປະເທດ, ທ່ານປະທານປະເທດ ຫວຽດນາມ ເຈືອງເຕີ໋ນຊາງ ໄດ້ໃຫ້ການຕ້ອນຮັບທ່ານນາງ Karin Muller, ຫົວໜ້າຫ້ອງການກະຊວງວິທະຍາສາດ ແລະ ສິລະປະລັດ Hessen, ແຫ່ງສາທາລະນະລັດ ສະພະພັນ ເຢຍລະມັນ ເຊິ່ງພວມ ຢ້ຽມຢາມ ແລະ ເຮັດວຽກຢູ່ ຫວຽດນາມ ເພື່ອແນໃສ່ຊຸກຍູ້ການຮ່ວມມືດ້ານການສຶກສາ. ຕີລາຄາສູງບັນດາຜົນງານທີ່ບັນລຸໄດ້ໃນການຮ່ວມມືດ້ານການສຶກສາລະຫວ່າງລັດ Hessen ແລະ ຫວຽດນາມ, ທ່ານປະທານປະເທດ ເຈືອງເຕີນຊາງ ຢືນຢັນວ່າ: ລັດຖະບານ ຫວຽດນາມ ຍາມໃດກໍສ້າງເງື່ອນໄຂເພື່ອໃຫ້ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ພັດທະນາ ແລະ ດຶງດູດບໍ່ພຽງແຕ່ນັກສຶກສາຂອງ ຫວຽດນາມ ເທົ່ານັ້ນ, ຫາກຍັງດຶງດູດນັກສຶກສາບັນດາປະເທດອື່ນໆອີກດ້ວຍ ເພື່ອແນໃສ່ສ້າງໂຮງຮຽນແຫ່ງນີ້ໃຫ້ບັນລຸລະດັບພາກພື້ນ. ທ່ານປະທານປະເທດ ເຈືອງເຕີ໋ນຊາງ ຢືນຢັນວ່າ: ຜົນສຳເລັດຂອງຮູບແບບນີ້ກໍແມ່ນຂົວເຊື່ອມຕໍ່ລະຫວ່າງ ເຢຍລະມັນ ແລະ ພາກພື້ນ ອາຊຽນ. ທ່ານປະທານປະເທດ ກໍໃຫ້ຮູ້ວ່າ ຈະສະເໜີກະຊວງສຶກສາ ແລະ ບຳລຸງສ້າງ ຫວຽດນາມ ສົມທົບຢ່າງແໜ້ນແຟ້ນກັບຄູ່ຮ່ວມມື ເຢຍລະມັນ ເພື່ອແລກປ່ຽນ, ປຶກສາຫາລື, ຊອກຫາມາດຕະການແກ້ໄຂບາງຂໍ້ຕິດຂັດໃນວິວັດການຜົນຂະຫຍາຍປະຕິບັດໂຄງການກໍ່ສ້າງບັນດາມະຫາວິທະຍາໄລດີເດັ່ນເວົ້າລວມ ແລະ ມະຫາວິທະຍາໄລ ຫວຽດນາມ - ເຢຍລະມັນ ເວົ້າສະເພາະ, ເພື່ອແນໃສ່ເພີ່ມທະວີຄຸນນະພາບການບຳລຸງສ້າງ ແລະ ຮູບແບບການຄຸ້ມຄອງໃຫ້ດີກວ່າ. ທ່ານປະທານປະເທດ ປາດຖະໜາວ່າ ກະຊວງວິທະຍາສາດ ແລະ ສິລະປະລັດ Hessen ສຶບຕໍ່ຮັກສາ ແລະ ເພີ່ມທະວີການຮ່ວມມືໃນຂົງເຂດການສຶກສາ ແລະ ບຳລຸງສ້າງກັບ ຫວຽດນາມ ຍິ່ງກ່ວາອີກ.