ປະທານປະເທດເຈືອງເຕີນຊາງຕ້ອນຮັບເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ

ປະທານປະເທດເຈືອງເຕີນຊາງຕ້ອນຮັບເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ - ảnh 1
(ທ່ານປະທານປະເທດເຈືອງເຕີນຊາງຕ້ອນຮັບ
ເອກອັກຄະລັດຖະທູດອິນເດຍປະຈຳຫວຽດນາມ)


(vovworld) –​ ​ ​​ຫວຽດ​ນາ​ມ ພ້ອມ​ແລ້ວ​ທີ່​ຈະ​ສ້າງ​ເງື່ອນ​ໄຂ​ສະ​ດວກ​ເພື່ອ​ໃຫ້​ບັນ​ດາ​ກຸ່ມ​ບໍ​ລິ​ສັດ​ໃຫ​ຍ່​ຂອງ​ອິນ​ເດຍ ສືບ​ຕໍ່​ເປີດກວ້າງ​ການ​ລົງ​ທຶນ​ຢູ່​ຫວຽດ​ນາມ. ນັ້ນ​ແມ່ນ​ຄຳ​ຢືນ​ຢັນ​ຂອງ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ໃນ​ການ​ຕ້ອນ​ຮັບ​ທ່ານ​ນາງ​ເອກ​ອັກ​ຄະ​ລັດ​ຖະ​ທູ​ດ​ອິນ​ເດຍ ປະ​ຈຳ​ຫວຽດນາມ Preeti Saran ​ທີ່​ເຂົ້າ​ຢ້ຽມ​ອຳ​ລາ​ສິ້ນ​ສຸດ​ໜ້າ​ທີ່​ປະ​ຕິ​ບັດ​ງານທ່ານ​ການ​ທູດ​ຢູ່​ຫວຽດ​ນາມ. ທ່ານ​ປະ​ທານ​ປະ​ເທດ ຊີ້​ແຈ​້​ງວ່າ, ຫວຽດ​ນາມ ສະ​ໜັບ​ສະ​ໜູນ​ນະ​ໂຍ​ບາຍ​ມຸ່ງ​ໄປ​ເຖິງ​ທິດຕາ​ເວັນ​ອອກ​ຂອງ​ອິນ​ເດຍ ຢ່າງ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ ແລະ ໃຫ້​ຄຳ​ໝັ້ນ​ສັນ​ຍາ​​ວ້າ ຈະຜັນ​ຂ​ະ​ຫຍາຍ​ບັນ​ດາ​ຂ​ໍ້​ຕົກ​ລົງ​ທີ່​ໄດ້​ຮັບ​ການ​ລົງ​ນາມ​ລະ​ຫວ່າງ 2 ປະ​ເທດ​ຢ່າງ​ຕັ້ງ​ໜ້າ ແລະ ມີ​ປະ​ສິດ​ທິ​ຜົນ ຜ່ານ​ບັນ​ດາ​ການ​ຢ້ຽມ​ຢາມ​ຂັ້ນ​ສູງ. ທ່ານ​ປະ​ທານ​ປະ​ເທດ ຖື​ວ່າ, ດ້ວຍ​ຄວາມ​ສາ​ມາດ​ບົ່ມ​ຊ້ອນ​ທີ່​ມີ​ຢູ່​ແລ້ວ ແລະ ລະ​ດັບ​ການ​ພັດ​ທະ​ນາ​ຂອງ 2 ປະ​ເທດ​ຄື​ໃນ​ປະ​ຈຸ​ບັນ, ວົງເງິນ​ການ​ຄ້າ 2 ສົ້ນ​ຫວຽດ​ນາມ - ອິນ​ເດຍ ອາດ​ຈະ​ບັນ​ລຸ​ໄ​ດ້ 10 ຕື້ USD ໃນ​ໄລ​ຍະ 5 ປີ​ຈະ​ມາ​ເຖິງ.

      ສ່ວນ​ທ່ານ​ນາງ Preeti Saran ປາດ​ຖະ​ໜາ​ວ່າ, ດ້ວຍ​ຄວາມ​ສາ​ມາດ​ບົ່​ມ​ຊ້ອນ​ຂອງ 2 ປະ​ເທດ, 2 ຝ່າຍ​ຄວນ​ຍູ້​ແຮງ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ, ການ​ຄ້າ, ການ​ທ່ອງ​ທ່ຽວ ແລະ ການ​ພົບ​ປະແລກ​ປ່ຽນ​ປະ​ຊາ​ຊົນ.

ຂ່າວ/ບົດ​ອື່ນ