ປະທານປະເທດເຈືອງເຕີນຊາງພົບປະກັບພະນັກງານຊາວໜຸ່ມ,ສະມາຊິກຊາວໜຸ່ມດີເດັ່ນ

ປະທານປະເທດເຈືອງເຕີນຊາງພົບປະກັບພະນັກງານຊາວໜຸ່ມ,ສະມາຊິກຊາວໜຸ່ມດີເດັ່ນ - ảnh 1
ທ່ານປະທານປະເທດເຈືອງເຕີນຊາງ ພົບປະກັບ
ພະນັກງານຊາວໜຸ່ມ,ສະມາຊິກຊາວໜຸ່ມດີເດັ່ນ
(ພາບ​: TTXVN)

(vovworld) - ​ເນື່ອງ​ໃນ​ໂອ​ກາດ​ສະ​ເຫຼີມ​ສະ​ຫຼອງ 85 ປິ​ແຫ່ງວັນ​ສ້າງ​ຕັ້ງ​ຄະ​ນະ​ຊາວ​ໜຸ່ມກອມ​ມູ​ນິດ​ໂຮ່​ຈິ​ມິນ (26/03/1931 – 26/03/2016), ຕອນ​ເຊົ້າ​ວັນ​ທີ 25/03, ຢູ່​ສຳ​ນັກ​ງານ​ປະ​ທານ​ປະ​ເທດ, ທ່ານ​ປະ​ທານ​ປະ​ເທດ ເຈ​ືອງ​ເຕີ​ນ​ຊາງ ໄດ້​ພົບ​ປະ​ກັບ​ຄະ​ນະ​ຜູ້​ແທນ​ພະ​ນັກ​ງານ​ຊາວ​ໜຸ່ມ, ສະ​ມາ​ຊິກ​ຊາວ​ໜຸ່ມ​ດີ​ເດັ່ນ​​ທີ່​ໄດ້ຮັບ​ລາງວັນ ລິ໋​ຕື້​ຈ້ອງ ປີ 2016. ກ່າວ​ຄຳ​ເຫັນ​ທີ​ການ​ພົບ​ປະ, ​ທ່ານ​ປະ​ທານ​ປະ​ເທດ​ໄດ້ອວຍ​ພອ​ນ ແລະ ຕີ​ລາ​ຄາ​ສູງ​​ໝາກຜົນ​ ໃນ​ການ​ສູ້​ຊົນ​ຂອງ​ພະ​ນັກ​ງານ​ຊາວ​ໜຸ່ມ, ສະ​ມາ​ຊິກ​ຊາວ​ໜຸ່ມ​ດີ​ເດັ່ນ 85 ຄົນ. ທ່ານ​ປະ​ທານ​ປະ​ເທດປາດ​ຖະ​ໜາ​ວ່າ, ບັນ​ດາ​ຜູ້​ແທນ​ໄດ້​ຮັບ​ລາງວັນ ລິ໋​ຕື້​ຈ້ອງ ຄັ້ງ​ນີ້ ຕ້ອງ​ເສີມ​ຂະ​ຫຍາຍ​ກຳ​ລັງ​ຄວາມ​ສາ​ມາດ, ນ້ຳ​ໃຈ​ກະ​ຕື້​ລື້​ລົ້ນ​ຂອງ​ໄວ​ໜຸ່ມ, ເຜີຍ​ແຜ່​ບົດ​ຮຽນ​ໃນ​ການ​ປະ​ຕິ​ບັດ​ງານ, ການ​ເຄື່ອນ​ໄຫວ, ຮ່ຳ​ຮຽນ ເພື່ອ​ຊຸກ​ຍູ້​ຂະ​ບວນ​ການ​ແຂ່ງ​ຂັນຂອງຊາວໜູ່ມເຍົາວະຊົນອະນຸຊົນໃນ​ທົ່ວ​ປະ​ເທດ​ຢ່າງ​ແຮງ.

        ​ທ່ານ​ປະ​ທານ​ປະ​ເທດ ເຈືອງ​ເຕີນ​ຊາງ ປາດ​ຖະ​ໜາ​ວ່າ, ​ຊາວໜຸ່ມ​ຫວຽດ​ນາມ ​ລຸ່ນ​ຕ່າງໆ ຕ້ອງ​ເປັນ​ເຈົ້າ​ການກວ່າ ໃນ​ແນວ​ຄວາມ​ຄິດ, ສ້າງ​ອາ​ຊີບ ຕິດ​ພັນ​ກັບ​ເງື່ອນ​ໄຂ​ຕົວ​ຈິງ, ຜ່ານນັ້ນ, ປະ​ກອບ​ສ່ວນ​ເຂົ້າ​ໃນ​ພາ​ລະ​ກິດ​ສ້າງ​ສາ​ບ້ານ​ເກີດ​ເມືອງນອນ, ພັດ​ທະ​ນາ​ປະ​ເທດ​ຊາດ ແລະ ຂະ​ບວນ​ການ​ຊາວ​ໜຸ່ມ​ໃຫ້ຫຼາຍກວ່າ​ອີກ.

ຂ່າວ/ບົດ​ອື່ນ