ປະທານປະເທດເຈືອງເຕິ໋ນຊາງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫາຍຝ່ອງ

ປະທານປະເທດເຈືອງເຕິ໋ນຊາງຢ້ຽມຢາມ ແລະ ເຮັດວຽກຢູ່ນະຄອນຫາຍຝ່ອງ - ảnh 1
(ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ
ຮັດ​ວຽກ​ຢູ່​ນະຄອນ​ຫາຍ​ຝ່ອງ)


(vovworld) - ວັນ​ທີ 1/3, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ສູນ​ກາງ​ໄດ້​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ນະຄອນ​ຫາຍ​ຝ່ອງ ​ເພື່ອ​ແນ​ໃສ່​ສຳ​ຫຼວດສະພາບ​ການ​ດຶງ​ດູດ​ທຶນ, ພັດທະນາ​ເຂດ​ອຸດສາຫະກຳ, ​ເຂດ​ເສດຖະກິດ​ຈຸດ​ສຸມ​ຢູ່​ທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ​ຂອງ​ປະ​ເທດ. ​ເມື່ອ​ເຮັດ​ວຽກ​ກັບ​ການ​ນຳ​ນະຄອນ ຫາຍ​ຝ່ອງ, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ສະ​ເໜີ: ດ້ວຍ​ທີ່​ຕັ້ງ, ບົດບາດ​ຂອງ​ຕົນ, ຫາຍ​ຝ່ອງຄວນ​ເປັນ​ເຈົ້າ​ການ​ໃນ​ການສະ​ເໜີ, ​ແກ້​ໄຂ​​ດ້ານກົນ​ໄກ, ນະ​ໂຍບາຍ​ໃນ​ການ​ລົງທຶນ​ພັດທະນາ​ໃຫ້​​ເຂດ​ເສດຖະກິດຈຸດ​ສຸມທາງ​ທິດຕາ​ເວັນ​ອອກ​ສ່ຽງ​ເໜືອ. ທ່ານ​ປະທານ​ໃສ່​ໃຈ​ນະຄອນ ​ຄວນ​ເອົາ​ໃຈ​ໃສ່​ສ້າງ​ໂຄງ​ປະກອບ​ແຫຼ່ງທຶນ​ຄືນ​ໃໝ່, ຍູ້​ແຮງ​ການ​ດຶງ​ດູດ​ແຫຼ​ງກຳລັງ​ນອກ​ລັດ, ສັງຄົມ​ເພື່ອ​ລົງທຶນ​ກໍ່ສ້າງ​ບັນດາ​ກິດ​ຈະ​ກຳ​ໂຄງ​ລ່າງ​ທີ່​ສຳຄັນ, ທ່ານ​ກໍ່​ສະ​ເໜີ​ບັນດາ​ກະຊວງ, ຂະ​ແໜງ​ການ​ສູນ​ກາງ​ ຄວນ​ສົມທົບ​ກັບ​ນະຄອນ​ຄິດ​ໄລ່ສຸມ​ໃສ່​ແຫຼ່ງກຳລັງລົງທຶນ​ເພື່ອ​ໃຫ້​ທ່າ​ກຳ່​ປັ່ນ​ ດິ່ງ​ຫວູ - ​ແລກ​ຮ່ວນ ມີ​ປະສິດທິ​ຜົນ ​ແລະ ຕອບ​ສະໜອງ​ການ​ພັດທະນາ​ໄລຍະ​ຍາວ ​ແລະ ໝັ້ນຄົງ.

        ຢູ່​ນະຄອນ ຫາຍ​ຝ່ອງ, ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ກໍ່​ໄດ້​ໄປ​ຖະຫວາຍ​ທູບ​ທຽນ​ຢູ່​ເຂດ​ຮ່ອງຮອຍ​ປະຫວັດສາດ​ວິຫານ ຈ່າງ​ເກງ, ​ເມືອງ ຖູ​ຍງວຽນ, ​ເຊິ່ງ​ແມ່ນ​ແຫ່ງ​ທີ່​ເປັນ​ຂີດ​ໝາຍ​ມະຫາ​ໄຊ 3 ຄັ້ງ​ຢູ່​ແມ່​ນ້ຳ ​ແບກ​ດັ່ງ ​ໃນ​ປະຫວັດສາດ​ຂອງ​ຊາດ ຫວຽດນາມ.

        ທ່ານປະທານ​ປະ​ເທດ​ ເຈືອງ​ເຕິ໋ນຊາງ ກໍ່​ລົງ​ຢ້ຽມຢາມ​ໂຄງການ​ລົງທຶນ​ຂອງ​ບໍລິສັດ LG Electronis ຫວຽດນາມ - ຫາຍ​ຝ່ອງ; ຢ້ຽມຢາມ​ບໍລິສັດ VSIP ຈຳກັດ ຫາຍ​ຝ່ອງ, ​ເຈົ້າ​ຂອງ​ລົງທຶນ​ເຂດ​ຕົວ​ເມືອງ, ​ເຂດ​ອຸດສາຫະກຳ​ບໍລິການ ຫາຍ​ຝ່ອງ ​ແລະ ບໍລິສັດ Kyocera ຫວຽດນາມ ​ໂດຍ​ຍີ່ປຸ່ນ​ຖື​ຫຸ້ນ 100%.

 

ຂ່າວ/ບົດ​ອື່ນ