ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ຕາແສງເກາະໂຖຈູ,ແຂວງກຽນຢາງ

ປະທານປະເທດເຈືອງເຕີນຊາງຢ້ຽມຢາມແລະເຮັດວຽກຢູ່ຕາແສງເກາະໂຖຈູ,ແຂວງກຽນຢາງ - ảnh 1
ທ່ານປະທານປະເທດ ເຈືອງເຕີນຊາງ ຢື້ຢາມຖາມຂ່າວປະຊາຊົນໃນຕາແສງ
(ພາບ: Tuổi trẻ)

(vovworld) – ຕອນ​ເຊົ້າ​ວັນ​ທີ 3/9, ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານ​ຂອງ​ສູນ​ກາງ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ຕາ​ແສງ ​ໂຖ​ຈູ, ​ເມືອງ ຟູ໋ກວກ, ​ແຂວງ​ກຽນ​ຢາງ, ນີ້​ແມ່ນ​ຕາ​ແສງ​ເກາະ​ທີ່​ນອນ​ໃນ​ເຂດ​ທະ​ເລ​ທາງ​ທິ​ດຕາ​ເວັນ​ຕົກ​ສ່ຽງ​ໃຕ້​ຂອງ​ປະ​ເທດ​ຊາດ. ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ ​ໄດ້​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ​ກຽນ​ຢາງ​ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ - ສັງຄົມ, ການ​ປ້ອງ​ກັນຊາ​ດ - ປ້ອງ​ກັນ​ຄວາມ​ສະຫງົບ​ຢູ່​ໃນ​ບໍລິ​ເວນ​ແຂວງ. ທີ່​ການ​ເຮັດ​ວຽກ, ການ​ນຳ​ແຂວງ​ກຽນ​ຢາງ​ສະ​ເໜີ​ກັບ​ທ່ານ​ປະທານ​ປະ​ເທດ ​ແລະ ລັດຖະບານ​ຍົກ​ລະດັບ​ຕາ​ແສງ ​ໂຖ​ຈູ ຂຶ້ນ​ເປັນ​ເມືອງ ​ໂຖຈູ ທີ່​ຂຶ້ນ​ກັບ​ແຂວງ​ກຽນ​ຢາງ.

    ກ່ອນ​ໜ້າ​ນັ້ນ, ທ່ານ​ປະທານປະ​ເທດ ​ເຈືອງ​ເຕີນ​ຊາງ  ​ໄດ້​ໄປ​ຢ້ຽມຢາມ ກອງພັນ​ໃຫຍ່152, ກອງ​ບັນຊາ​ການ​ທະຫານ​ເຂດ 9, ປ້ອມ​ປ້ອງ​ກັນຊາ​ຍ​ແດນ ​ໂຖ​ຈູ, ທີ່​ຂຶ້ນ​ກັບ​ກອງ​ບັນຊາ​ການ​ທະຫານ​ປ້ອງ​ກັນຊາ​ຍ​ແດນ​ແຂວງ​ກຽນ​ຢາງ​. ທ່ານ​ປະທານປະ​ເທດ ຍັງ​ໄປ​ຢ້ຽມຢາມ​ຄອບຄົວ​ຊາວ​ປະມົງ ຮວີ່ນບິ່ງ​ເຂີຍ, ຢ້ຽມຢາມ​ທ່າ​ທະ​ເລ ​ໂຖ​ຈູ, ມອບ​ຂອງ​ຂວັນ​ໃຫ້​ພວກ​ຫຼານ​ເຍົາວະ​ຊົນ ​ແລະ ພວກ​ນ້ອງ​ນັກຮຽນ​ທີ່​ທຸກ​ຍາກ​ໃນ​ເກາະ. ທ່ານ​ປະທານ​ປະ​ເທດ​ກໍ່​ໂອ້​ລົມ ​ແລະ ຢື້​ຢາມ​ຖາມ​ຂ່າວ​ຊີວິດ​ການ​ເປັນ​ຢູ່​ຂອງ​ຊາວ​ປະມົງ​ໃນ​ເກາະ​ໂຖ​ຈູ​ອີກ​ດ້ວຍ.


ຂ່າວ/ບົດ​ອື່ນ