ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງກາວບັ່ງ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງກາວບັ່ງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຖະຫວາຍ​ທູບ​ທຽນ​ຢູ່
​ເຂດສຸສານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເມືອງ ຈ່າ​ຫລີງ)

(vovworld) - ​​ໂດຍສືບ​ຕໍ່ປະຕິບັດ​ງານ​ຢູ່​ບັນດາ​ແຂວງ​ຊາຍ​ແດນພາກ​ເໜືອ, ຕອນ​ເຊົ້າ​ວັນ​ທີ 17/02, ທ່ານ​ປະທານ​ປະ​ເທດ ​ຫວຽນ​ດາມ ​ເຈືອງ​ເຕີ໋ນຊາງ ພ້ອມ​ກັບ​ຄະນະ​ປະຕິບັດ​ງານຂັ້ນ​ສູນ​ກາງ ​ໄດ້​ຖະຫວາຍ​ທູບ​ທຽນ​ຢູ່​ເຂດສຸສານນັກຮົບ​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ​ເມືອງ ຈ່າ​ຫລີງ, ຊຶ່ງ​ລວມມີສຸສານ​ຂອງນັກຮົບ​ກ່ວາ 300 ທີ່​ໄດ້​ເສຍສະຫຼະ​ຊີວິດ​ເພື່ອ​ຊາດ ​ໃນການ​ສູ້​ຮົບ​ປົກ​ປັກ​ຮັກສາ​​ເຂດຊາຍ​ແດນທາງ​ທິດ​ພາກ​ເໜືອ​ປີ 1979. ​ເມື່ອ​ລົງ​ຢ້ຽມຢາມ​ຖາມ​ຂ່າວ ​ແລະ ລະດົມ​ໃຈ​ພະນັກງານ​ນັກຮົບປ້ອມ​ປ້ອງ​ກັນຊາ​ຍ​ແດນ​ດ່ານ​ຊາຍ​ແດນ ຈ່າ​ຫລີງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ເໜີປ້ອມ​ປ້ອງ​ກັນຊາ​ຍ​ແດນ ຈົ່ງສືບ​ຕໍ່​ເຮັດວຽກ​ງານ​ການ​ເມືອງ, ​ແນວ​ຄິດ​ໃນ​ທົ່ວ​ກຳລັງ​ໃຫ້​ເປັນ​ຢ່າງດີ.

        ​ແລະ​ໃນ​ຕອນ​ເຊົ້າ​ວັນ​ດຽວ​ກັນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ່ນ​ຊາງ ​ກໍ່​ໄປ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​​ແກ່ບັນດາ​ກຳລັງພວມ​ປະຕິບັດ​ໜ້າ​ທີ່ຢູ່​ດ່ານ​ຊາຍ​ແດນ ຈ່າ​ຫລີງ ​ແລະ ບັນດາ​ຄ​ອບຄົວ​​ເປົ້າ​ໝາຍນະ​ໂຍບາຍ​ໃນ​ບໍລິ​ເວນ​ຕາ​ແສງ ກາວ​ເຈືອງ ​ເມືອງ​ຈ່າ​ຫລີງ.

 


ຂ່າວ/ບົດ​ອື່ນ