ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກນິງ

ປະທານປະເທດເຈືອງເຕີ໋ນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບັກນິງ - ảnh 1
(ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ລົງຢ້ຽມຢາມ​
ວິ​ສາ​ຫະກິດຢູ່​ແຂວງ​ ບັກ​ນິງ)

(vovworld) - ​ ​ ວັນ​ທີ 06/03, ທ່ານ​ປະທານ​ປະ​ເທດ ​ຫວຽດນາມ ​ເຈືອງ​ເຕີ໋ນຊາງ ນຳ​ໜ້າ​ຄະນະ​ປະຕິບັດ​ງານ​ຂອງ​ສູນ​ກາງ​ລົງ​ຢ້ຽມຢາມ ​ແລະ ​ເຮັດວຽກ​ຢູ່​ແຂວງ​ ບັກ​ນິງ. ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ແຂວງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ສະ​ແດງ​ຄວາ​ມປິ​ຕິ​ຊົມ​ຊື່ນ ​ແລະ ຕີ​ລາຄາ​ສູງ​ບັນດາ​ຜົນງານ​ເຊິ່ງ​ແຂວງ ບັກ​ນິງ ບັນລຸ​ໄດ້​ໃນ​ໄລຍະ​ຜ່ານ​ມາ. ທ່ານ​ປະທານ​ປະ​ເທດສະ​ເໜີ​ແຂວງ ບັກ​ນີງ ຄວນ​ສືບ​ຕໍ່​ປ່ຽນ​ໃໝ່ບຸກທະລຸ ​ເພື່ອກ້າວ​ຂຶ້ນ​ຢ່າງ​ໝັ້ນຄົງ​ບົນ​ເສັ້ນທາງ​ພັດທະນາ, ​ເໝາະ​ສົມ​ກັບ​ຄວາມ​ສາມາດ​ບົ່ມ​ຊ້ອນ, ທ່າ​ແຮງ​ທີ່​ມີ​ຢູ່​ແລ້ວ. ​ແຂວງ​ຄວນ​ສຸມ​ໃສ່ບຳລຸງ​ສ້າງ​ແຫຼ່ງຊັບພະຍາກອນ​ມະນຸດ ​ເພື່ອ​ຕອບ​ສະໜອງ​ຄວາມ​ຮຽກ​ຮ້ອງ​ຕ້ອງການ​ທີ່ນັບ​ມື້​ນັບ​ສູງ​ໃນວິວັດ​ແຫ່ງ​ການ​ເຊື່ອມ​ໂຍງ​ໃນ​ໄລຍະ​ໃໝ່​. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ຊີ້​ແຈ້ງວ່າ:

        “​ແຂວງ​ຄວນ​ເອົາ​ໃຈ​ໃສ່​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ບັນດາ​ວິ​ສາ​ຫະກິດ​ໃນ​ບໍລິ​ເວນ​ສືບ​ຕໍ່​ພັດທະນາ, ຊອກ​ຫາ​ທຸກ​ວິທີ ​ເພື່ອ​​ແນ​ໃສ່​ເພີ່ມ​ອັດຕາ​ສ່ວນວິ​ສາ​ຫະກິດ​ເຂົ້າ​ຮ່ວມ​ລະບົບຄຸນຄ່າຜະລິດ​ຕະພັນ​ພາຍ​ໃນ, ກ່ອນ​ອື່ນ​ໝົດ​ແມ່ນ​ເປີດ​ປະຕູ​ເພື່ອ​ໃຫ້​ບັນດາວິ​ສາ​ຫະກິດ​ຕ່າງປະ​ເທດ​ເຂົ້າ​ມາ​ລົງທຶນ. ​ ບໍ່​ພຽງ​ແຕ່​ຂັ້ນທ້ອງ​ຖິ່ນ​ເທົ່າ​ນັ້ນ ຫາກ​ຍັງຂັ້ນ​ສູນກາງ​ກໍ່​ຕ້ອງ​ມີ​ນະ​ໂຍບາຍ​​ຢ່າງ​ແນ່ນອນ ອີກ​ດ້ວຍ”

        ​ໃນ​ການ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບັດ​ນິງ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕີ໋ນຊາງ ​ໄດ້​ລົງຢ້ຽມຢາມ​ບາງ​ວິ​ສາ​ຫະກິດ, ຮາກ​ຖານ​ຜະ​ລິດ​ດຳ​ເນີນ​ທຸລະ​ກິດ​ໃນ​ບໍລິ​ເວນ​ແຂວງ, ຖະຫວາຍ​ທູບ​ທຽນ​ອາ​ໄລ​ຫາ​ທ່ານເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ ຫວຽດນາມ ຫງວຽນ​ວັນ​ກື່ ຢູ່​ເຂດ​ອະນຸສະຖານ ທ່ານ​ເລຂາທິການ​ໃຫຍ່ ຫງວຽນ​ວັນ​ກື່ ທີ່ ຕາ​ແສງ ຟູ່​ເຄ, ​​ເທດສະບານ ຕື່​ເຊີນ.

ຂ່າວ/ບົດ​ອື່ນ