ປະທານປະເທດເຈືອງເຕິນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບີ່ງທ້ວນ

ປະທານປະເທດເຈືອງເຕິນຊາງຢ້ຽມຢາມແລະເຮັດວຽກຢູ່ແຂວງບີ່ງທ້ວນ - ảnh 1
ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ຢ້ຽມ​ຢາມຮູບ​ແບບ​ປູກ​ຕົ້ນ​ມັງ​ກອນ
(ພາບ: Nguyễn Khang – TTXVN)

(vovworld) – ​ ​​ໃນ​ລະຫວ່າງ​ວັນ​ທີ 16-17/3, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ແລະ ຄະນະ​ປະຕິບັດ​ງານ​ສູນ​ກາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ​ເຮັດ​ວຽກ​ຢູ່​ແຂວງ ບີ່​ງທ້ວນ ກ່ຽວ​ກັບ​ສະພາບ​ການ​ພັດທະນາ​ເສດຖະກິດ-​ສັງຄົມ, ຮັບປະກັນ​ການ​ປ້ອງ​ກັນຊາ​ດ ປ້ອງ​ກັນ​ຄວາມ​ສະຫງົບ​ໃນ​ບໍລິ​ເວນ. ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກ​ກັບ​ການ​ນຳ​ຫຼັກ​ແຫຼ່ງຂອງ​ແຂວງ ບີ່​ງທ້ວນ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ສະ​ເໜີ​ແຂວງ​ສຸມ​ໃສ່​​ແຫຼ່ງກຳລັງ​ໃຫ້ 3 ຈຸດໝາຍສຳຄັນ​ແມ່ນ​ໂຄງ​ປະກອບ​ພື້ນຖານ​ໂຄງ​ລ່າງ, ຍົກ​ສູງ​ຄຸນ​ນະພາ​ບ​ແຫຼ່ງຊັບພະຍາກອນ​ມະນຸດ ​ແລະ ປະຕິ​ຮູບ​ດ້ານ​ບໍລິຫານ​ຢ່າງ​ແຮງ​ກ່ວາ​ອີກ. ພ້ອມ​ກັນ​ນັ້ນ, ​ໃນ​ສະພາບ​ເຊື່ອມ​ໂຍງຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງເຂົ້າ​ກັບ​ພື້ນຖານ​ເສດຖະກິດ​ໂລກ​ ​ແຂວງ ຕ້ອງ​​ກວດກາ, ຄິດ​ໄລ່​ທ່າ​​ແຮງ​ໃນ​ການ​ແກ່ງ​ແຍ້​ງສຳລັບ​​ຜະລິດ​ຕະພັນ​ແຕ່ລະ​ຢ່າງ ​ແລະ ຕ້ອງ​ໜູນໃຊ້​ຄວາມ​ກ້າວໜ້າ​ວິທະຍາສາດ​ເຕັກນິກ​ເຂົ້າ​ໃນ​ການ​ຜະລິດ​ນັບ​ທັງ​ດ້ານ​ກະສິກຳ, ການ​ປະມົງ ​ເພື່ອສາມາດບືນ​ຕົວ​ຂຶ້ນອອກ​ສູ່​ພາກ​ພື້ນ ​ແລະ ​ໂລກ. ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໃສ່​ໃຈວ່າ ​ບັນດາ​ກະຊວງ, ຂະ​ແໜງ​ການຕ້ອງ​ຄົ້ນ​ຄ້ວາ​​ເພື່ອ​ມີ​ນະ​ໂຍບາຍ​ເໝາະ​ສົມ, ​ແກ້​ໄຂ​ຄວາມ​ຫຍຸ້ງຍາກ​ໃຫ້​ທ້ອງ​ຖິ່ນ,​ ພິ​ເສດ​ແມ່ນ​ນະ​ໂຍບາຍ​ໜູນ​ຊ່ວຍ​ທຶນ​ໃຫ້​ຊາວ​ປະມົງຕໍ່​ກຳ​ປັ່ນອອກ​ສູ່​ທະ​ເລ, ປະກອບສ່ວນ​ພັດທະນາ​ເສດ​ຖະກິດ ​ແລະ ຮ່ວມ​ແຮງ​ຮ່ວມ​ໃຈ​ປົກ​ປັກ​ຮັກສາ​ຄວາມ​ສະຫງົບ​ປອດ​ໄພຂອງ​ປະ​ເທດ.

                ກ່ອນ​ໜ້າ​ນັ້ນ, ​ໃນ​ຂອບ​ເຂດ​ການ​ປະຕິບັດ​ງານ, ທ່ານ​ປະທານ​ປະ​ເທດ ​ເຈືອງ​ເຕິ​ນຊາງ ​ໄດ້​ລົງ​ຢ້ຽມຢາມ ​ແລະ ມອບ​ຂອງຂວັນ​ໃຫ້​ພະນັກງານ, ນັກຮົບ​ປ້ອມປ້ອງ​ກັນຊາ​ຍ​ແດນ ຟານ​ທ໋ຽດ ​ແລະ ສະ​ເໜີ​ບັນດາ​ພະນັກງານ, ນັກຮົບ​ຂອງປ້ອມສືບ​ຕໍ່​ປະຕິບັດ​ໜ້າ​ທີ່​ກຽມພ້ອມ​ສູ້​ຮົບ​ເປັນ​ຢ່າງ​ດີ, ​ ​ພ້ອມ​ກັບ​ທ້ອງ​ຖິ່ນ​ເຂົ້າ​ຮ່ວມ​ການ​ໜູນ​ຊ່ວຍ, ຊ່ວຍ​ເຫຼືອ​ພໍ່​ແມ່​ປະຊາຊົນ​ລົບ​ລ້າງ​ຄວາມ​ອຶດຫິວ ຫລຸດຜ່ອນ​ຄວາມທຸກ​ຍາກ, ພິ​ເສດ​ແມ່ນ​ປ້ອງ​ກັນ ​ແລະ ໜູນ​ຊ່ວຍ​ຊາວ​ປະມົງ​ເຄື່ອນ​ໄຫວ​ໃນ​ເຂດ​ທະ​ເລ.

 


ຂ່າວ/ບົດ​ອື່ນ