ປະທານປະເທດເຈືອງເຕີນຊາງເຮັດວຽກກັບຄະນະອະທິການບໍດີມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ

ປະທານປະເທດເຈືອງເຕີນຊາງເຮັດວຽກກັບຄະນະອະທິການບໍດີມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ - ảnh 1
(ປະທານປະເທດເຈືອງເຕີນຊາງເຮັດວຽກກັບ
ຄະນະອະທິການບໍດີມະຫາວິທະຍາໄລແຫ່ງຊາດຮ່າໂນ້ຍ)


(vovworld) –​ ​ຕ​ອນ​ເຊົ້າ​ວັນ​ທີ 25/02, ກ່າວ​ຄຳ​ເຫັນ​ທີ່​ການ​ເຮັດ​ວຽກກັບ​ຄະ​ນະ​ອະ​ທິ​ການ​ບໍ​ດີ ແລະ ນັກ​ສຶກ​ສາ​ມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ, ທ່ານ​ປະ​ທ​ານ​ປະ​ເທດ ເຈືອງ​ເຕີນ​ຊາງ ໄດ້​ຍ້ອງ​ຍໍ​ບັນ​ດາ​ຜົນ​ງານ​ຂອງ​ໂຮງ​ຮຽ​ນ​ໃນ​ໄລ​ຍະ​ຜ່ານ​ມາ, ພ້ອມ​ທັງ​ຖື​ວ່າ ບັນ​ດາ​ບາດ​ກ້າວ​ຂອງມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ຮ່າ​ໂນ້ຍ ຕອບ​ສະ​ໜອງ​ໄດ້​ຮູບ​ແບບ​ໃໝ່​, ​ມີ​ຄວາມກ້າວ​ໜ້າ, ເຊື່ອມ​ໂຍງ​ເຂົ້າ​ກັບ​ໂລກເທື່ອ​ລະ​ກ້າວ ແລະ ສະ​ແດງ​ໃຫ້​ເຫັນ​ການ​ນຳ​ໜ້າ​ໃນ​ວຽກ​ງານ​​ສຶກ​ສາ​ບຳ​ລຸງ​ສ້າງ. ​ພ້ອມ​ກັບ​ນັ້ນ, ທ່ານ​ປະ​ທານ​ປະ​ເທດກໍ​​ໃສ່ໃຈ​ ຕ້ອງ​ມີ​ບາດ​ກ້າວ​ບຸກ​ທະ​ລຸຢ່າງ​ແຮງກວ່າອີດ ເພື່ອ​ສ້າງ​ເປັ​ນ​ມະ​ຫາ​ວິ​ທະ​ຍາ​ໄລ​​ທີ່ກ້າວ​ໜ້າ​ລະ​ດັບ​ພາກ​ພື້​ນ, ຮັບ​ໃຊ້​ການ​ພັດ​ທະ​ນາ​ຂອງ​ປະ​ເທດ​ຊາດ​ຢ່າງ​ມີ​ປະ​ສິດ​ທິ​ຜົນ.

      “ເລື່ອງ​ເອົາ​ໃຈ​ໃສ່​ເບິ່ງ​ແຍງບັນ​ດາ​ມາ​ຫາ​ວິ​ທະ​ຍາ​ໄລ​ຄືມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ ແມ່ນ​ຖື​ກ​ຕ້ອງ ແລະ ບໍ່​ພຽງ​ແຕ່​ຢຸດຢ​ູ່ top 190 ຫຼື 200 ຂອງ​ອາ​ຊີ​ເທົ່​ານັ້ນ, ຫາກ​​ຕ້ອງ​ພັດ​ທະ​ນາ​ຢ່າງ​ໄວ​ກວ່າ​ອີກ. ບັນ​ດາ​ມະ​ຫາ​ວິ​ທະ​ຍາ​ໄລ​ຈຸດ​ສຸມ​ຄືມະ​ຫາ​ວິ​ທະ​ຍາ​ໄລ​ແຫ່ງ​ຊາດ​ ຕ້ອງ​ບັນ​ລຸ​ທີ່​ຕັ້ງ​ສູງກວ່າ​ອີກ​ໃນ​ພາກ​ພື້ນ​ອາ​ຊີ​. ​ຖ້າ​ເຮັດ​ຄື​ແນວນັ້ນ​ໄດ້, ພາ​ລະ​ກ​ິດ​ຫັນ​ປະ​ເທດ​ຊາດ​ເປັນ​ປະ​ເທດ​ອຸດ​ສາ​ຫະ​ກຳ​ ແລະ ທັນ​ສະ​ໄໝ​ຈຶ່ງ​ບັນ​ລຸ​ຜົນ​ສຳ​ເລັດ​ໄດ້”.

ຂ່າວ/ບົດ​ອື່ນ