ປະທານປະເທດເຈືອງເຕີ້ນຊາງໄດ້ມອບຂໍ້ຕົກລົງປະດັບຍົດໃຫ້ທ່ານ ຮີງຫງອກເຊີນ


ປະທານປະເທດເຈືອງເຕີ້ນຊາງໄດ້ມອບຂໍ້ຕົກລົງປະດັບຍົດໃຫ້ທ່ານ ຮີງຫງອກເຊີນ  - ảnh 1
ທ່ານ ຮີງ​ຫງອກ​ເຊີນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຫວຽດ​ນາມ, ອະ​ດີດ​ຜູ້​ບັນ​ຊາ​ການ​ທະ​ຫານ​ເຂດ 5

(vovworld)-    ວັນ​ທີ 14/2, ຢູ່​ຮ່າ​ໂນ້ຍ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງໄດ້​ມອບ​ຂໍ້​ຕົກ​ລົງ​ປະ​ດັບ​ຍົດ​ຈາກ​ພົນ​ຕີ​ຂຶ້ນ​ພົນ​ໂທ​ໃຫ້​ທ່ານ ຮີງ​ຫງອກ​ເຊີນ ຮອງ​ປະ​ທານ​ສະ​ພາ​ແຫ່ງ​ຊາ​ດ​ຫວຽດ​ນາມ, ອະ​ດີດ​ຜູ້​ບັນ​ຊາ​ການ​ທະ​ຫານ​ເຂດ 5. ກ່າວ​ຄຳ​ເຫັນ​ທີ່​ພິ​ທີ, ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງຢືນ​ຢັນ​ວ່າ ​ຂໍ້​ຕົກ​ລົງ​ປະ​ດັບ​ຍົດແມ່ນ​ການ​ຮັບ​ຮູ້, ຕີ​ລາ​ຄາ​ສູງ​ຂອງ​ພັກ ແລະ ລັດ ແລະ ປະ​ຊາ​ຊົນ​ທີ່​ມີ​ຕໍ່​ຄຸນ​ງາມ​ຄວາ​ມ​ດີ, ການ​ປະ​ກອບ​ສ່ວນ​ຂອງ ທ່ານ ຮີງ​ຫງອກ​ເຊີນ ໃນ​ການ​ເຄື່ອນ​ໄຫວ​ປະ​ຕິ​ວັດ​ໃນ 50 ປີ​ທີ່​ຜ່ານ​ມາ. ທ່ານ​ປະ​ທານ​ປະ​ເທດ​ຫວຽດ​ນາມ ເຈືອງ​ເຕີ້ນ​ຊາງ ເຊື່ອ​ໝັ້ນ​ວ່າ ທ່ານ ຮີງ​ຫງອກ​ເຊີນ ຈະ​ສືບ​ຕໍ່​ຮັກ​ສາ ແລະ ເສີມ​ຂະ​ຫຍາຍ​ຄຸນ​ທາດ, ຄຸນ​ສົມ​ບັດ, ສະ​ຕິ​ປັນ​ຍາ, ຮັບ​ໃຊ້​ປະ​ເທດ​ຊາດ, ປະ​ຊາ​ຊົນ, ເຮັດຫຼ້ອນ​ໜ້າ​ທີ່​ໄດ້​ຮັບ​ມອບ​ໝາຍ​ເປັນ​ຢ່າງ​ດີ.

ຂ່າວ/ບົດ​ອື່ນ