ປະທານສະພາແຫ່ງຊາດ ໄມໂຄຼນີເຊຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ

(VOVWORLD) - ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ສະຫະພັນ ໄມໂຄຼນີເຊຍ Wesley W.Simina ໄດ້ມີການພົບປະເຈລະຈາ...
ປະທານສະພາແຫ່ງຊາດ ໄມໂຄຼນີເຊຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1 ທ່ານປະທານສະພາແຫ່ງຊາດ ສະຫະພັນໄມໂຄຼນີເຊຍ Wesley W.Simina ແລະ ທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ

ວັນທີ 15 ມິຖຸນາ, ທ່ານປະທານສະພາແຫ່ງຊາດ ສະຫະພັນໄມໂຄຼນີເຊຍ Wesley W.Simina ແລະ ຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດ ສະຫະພັນ ໄມໂຄຼນີເຊຍ ໄດ້ອອກຈາກຮ່າໂນ້ຍ ສິ້ນສຸດການຢ້ຽມຢາມຫວຽດນາມຢ່າງເປັນທາງການ ໃນລະຫວ່າງວັນທີ 5-15 ມິຖຸນາ, ຕາມຄຳເຊີນຂອງທ່ານນາງປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ.

        ໃນຂອບເຂດການຢ້ຽມຢາມ, ທ່ານປະທານສະພາແຫ່ງຊາດ ສະຫະພັນ ໄມໂຄຼນີເຊຍ Wesley W.Simina ໄດ້ມີການພົບປະເຈລະຈາ ກັບທ່ານນາງ ປະທານສະພາແຫ່ງຊາດຫວຽດນາມ ຫງວຽນທິກິມເງິນ; ເຂົ້າຢ້ຽມຄຳນັບ ທ່ານປະທານປະເທດຫວຽດນາມ ເຈິ່ນດ້າຍກວາງ, ທ່ານນາຍົກລັດຖະມົນຕີ ຫງວຽນຊວນຟຸກ.

        ທີ່ການພົບປະຄັ້ງຕ່າງໆ, ສອງຝ່າຍຕີລາຄາສູງຄວາມສຳຄັນຂອງການພົວພັນລະຫວ່າງ ໄມໂຄຼນີເຊຍ-ຫວຽດນາມ ແລະ ຖືວ່າ: ການຢ້ຽມຢາມຫວຽດນາມຢ່າງເປັນທາງການຄັ້ງນີ້ ຂອງຄະນະຜູ້ແທນແມ່ນພະຍານຫຼັກຖານ, ເປັນການຢືນຢັນຄຳໝັ້ນສັນຍາຊຸກຍູ້ການພົວພັນສອງປະເທດຢ່າງແຮງກວ່າ ໃນໂອກາດສະເຫຼີມສະຫຼອງ 25 ປີແຫ່ງວັນສ້າງຕັ້ງການພົວພັນທາງການທູດ (1995-2018). ສອງຝ່າຍເຫັນດີເປັນເອກະພາບໃນຂົງເຂດຮ່ວມມືຈຸດສຸມ ຄື: ກະສິກຳ, ລ້ຽງປູກສິນໃນນ້ຳ ແລະ ການທ່ອງທ່ຽວ, ພ້ອມກັນແລກປ່ຽນ, ຖອດຖອນບົດຮຽນໃນການພັດທະນາ.

        ໃນໄລຍະຈະມາເຖິງ, ສອງຝ່າຍຈະລົງນາມໃນຂໍ້ຕົກລົງຮ່ວມມືໃນບັນດາຂົງເຂດ ເຊິ່ງແຕ່ລະຝ່າຍມີທ່າແຮງໂດຍໄວ, ຕັ້ງໜ້າສົມທົບ ແລະ ສະໜັບສະໜູນກັນ ຢູ່ບັນດາເວທີປາໄສ, ບັນດາອົງການຈັດຕັ້ງພາກພື້ນ ແລະ ຫຼາຍຝ່າຍ, ເປັນຕົ້ນແມ່ນຢູ່ສະຫະປະຊາຊາດ.

ຕອບກັບ

ຂ່າວ/ບົດ​ອື່ນ