ປະທານສະພາແຫ່ງຊາດລາຊະອານາຈັກຊູແອັດເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ

ປະທານສະພາແຫ່ງຊາດລາຊະອານາຈັກຊູແອັດເລີ່ມຕົ້ນການຢ້ຽມຢາມຫວຽດນາມຢ່າງເປັນທາງການ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດຊູ​ແອັດ Urban Ahlin

(vovworld) - ໂດຍ​ໄດ້​ຮັບ​ຄຳ​ເຊີນ​ຂອງ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນ​ຂັ້ນ​ສູງ​ລາຊະ​ອານາຈັກ​ຊູ​​ແອັດ ​ໂດຍ​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ Urban Ahlin ນຳ​ໜ້າ,​​ ໄດ້​ມາ​ຮອດ ຮ່າ​ໂນ້ຍ ​ເຂົ້າ​ຮ່ວມ​ກອງ​ປະຊຸມ​ໃຫຍ່ສະຫະພັນ ​ລັດຖະສະພາ​ສາກົນ​ຄັ້ງ​ທີ 132,​ ວັນ​ທີ 31/3, ທ່ານ​ປະທານ​ສະພາ​ແຫ່ງ​ຊາດລາຊະ​ອານາຈັກ​ຊູ​​ແອັດ ​ໄດ້​ເລີ່​ມຕົ້ນ​ການ​ຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ. ​ຮ່ວມເດີນ​ທາງພ້ອມ​ກັບ​ທ່ານປະທານ​ສະພາ​ແຫ່ງ​ຊາດ Urban Ahlin ມາຢ້ຽມຢາມ ຫວຽດນາມ ຢ່າງ​ເປັນ​ທາງ​ການ​ ມີ​ສະມາຊິກ​ລັດຖະສະພາ​​ຂຶ້ນ​ກັບ​ຫຼາຍ​ພັກ​ຢູ່ ຊູ​ແອັດ ​ແລະ ​ເຈົ້າ​ໜ້າທີ່ສະພາ​ແຫ່ງ​ຊາດ​ຊູ​ແອັດ ຈຳນວນ​ໜຶ່ງ.

ຂ່າວ/ບົດ​ອື່ນ