ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຄະນະຜູ້ແທນສະພາຕຳ່ອາເມລິກາ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຄະນະຜູ້ແທນສະພາຕຳ່ອາເມລິກາ - ảnh 1
ທ່ານປະທານສະພາແຫ່ງຊາດຫງວຽນຊິງຮຸ່ງ
ຕ້ອນຮັບທ່ານ Matt Salom

(vovworld) – ຕອນ​ບ່າຍ​ວັນ​ທີ 6/5, ຢູ່ ສຳນັກງານ​ສະພາ​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດຫວຽດນາມ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ຄະນະສະມາຊິກລັດຖະສະພາ​ຕຳ່​ອາ​ເມ​ລິ​ກາ ​ໂດຍ​ທ່ານ Matt Salmon, ປະທານ​ອະນຸກຳມະການ​ອາຊີ-​ປາຊີ​ຟິກ,​ຄະນະ​ກຳມະການ​ການ​ຕ່າງປະ​ເທດສະພາ​ຕຳ່​ອາ​ເມ​ລິ​ກາ ນຳ​ໜ້າ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ສະ​ແດງ​ຄວາມ​ເຊື່ອ​ໝັ້ນ​ວ່າ: ການ​ຢ້ຽມຢາມ​ຄັ້ງ​ນີ້​ຂອງ​ຄະນະ​ຈະ​ປະກອບສ່ວນ​ປັບປຸງ​ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ປະ​ເທດ ​ແລະ ຖື​ວ່າ: ນີ້​ແມ່ນ​ພື້ນຖານ​ຊຸກຍູ້​ການ​ພັດທະນາ​ເສດຖະກິດ​ຂອງ ຫວຽດນາມ, ກໍ​ຄື​ການ​ພົວພັນ​ລະຫວ່າງ 2 ປະ​ເທດ; ພ້ອມ​ທັງ​ຊົມ​ເຊີຍ​ລັດຖະບານ ​ແລະ ສະພາ​ແຫ່ງ​ຊາດ​ອ​າເມ​ລິ​ກາ ​ໃນ​ຄວາມ​ມານະ​ພະຍາຍາມ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ລູກ​ລະ​ເບີດ​ບໍ່​ທັນ​ແຕກຫຼັງ​ສົງຄາມ​ຢູ່​ຫວຽດນາມ, ພິ​ເສດ​ແມ່ນ​ແກ້​ໄຂ​ຜົນ​ຮ້າຍ​ຢ້ອນ​ຫຼັງ​ຈາກ​ທາດ​ພິດ​ສີ​ສົ້ມ/​ດີ​ໂອ​ຊີ​ນ. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ​ຫວຽດນາມ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ: ​ໃນ​ໄລຍະ​ຈະ​ມາ​ເຖິງ, 2 ຝ່າຍ​ສືບ​ຕໍ່​ເພີ່ມ​ທະວີ​ການ​ຮ່ວມ​ມື, ປະ​ຕິ​ບັດ​ບັນດາ​ຄຳ​ໝັ້ນ​ສັນຍາ, ຂໍ້​ຕົກລົງ​ລະຫວ່າງ 2 ລັດຖະບານ, 2 ສະພາ​ແຫ່ງ​ຊາດ​ຢ່າງ​ມີ​ປະສິດທິ​ຜົນ; ພ້ອມ​ກັນ​ແບ່ງປັນ​ບົດຮຽນ​ນິຕິບັນຍັດ,​ ຕິດຕາມ​ກວດກາ​ເພື່ອ​ຜົນ​ປະ​ໂຫຍ​ດລວມຂອງ​ປະຊາຊົນ 2 ປະ​ເທດ. ສະພາ​ແຫ່ງ​ຊາດ 2 ປະ​ເທດ​ຄວນ​ສືບ​ຕໍ່​ສະໜັບສະໜູນ​ເຊິ່ງກັນ ​ແລະ ກັນ​ໃນ​ບັນດາ​ເວທີ​ປາ​ໄສລັດຖະສະພາ​ສາກົນ.

    ສ່ວນ​ທ່ານ Matt Salmon ຢືນຢັນ​ວ່າ: ສະພາ​ແຫ່ງ​ຊາດ​ອາ​ເມ​ລິ​ກາ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ບົດຮຽນ​ກັບ ຫວຽດນາມ ​ໃນ​ວຽກ​ງານ​ນິຕິບັນຍັດ,​ ຍົກ​ສູງ​ບົດບາດ​ລັດຖະສະພາ, ກໍຄື​ສະໜັບ​ສະ​ໜູນ​ສັນຍາ​ການ​ຮ່ວມ​ມື​ເສດຖະກິດ​ຂ້າມ​ປາຊີ​ຟິກ (TPP)ລະຫວ່າງ 2 ປະ​ເທດ.

ຂ່າວ/ບົດ​ອື່ນ