ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຫົວໜ້າຄະນະຜູ້ແທນສະຫະພາບເອີຣົບFranzJessen

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງຕ້ອນຮັບຫົວໜ້າຄະນະຜູ້ແທນສະຫະພາບເອີຣົບFranzJessen - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ຕ້ອນຮັບ​ ທ່ານ​
ຫົວໜ້າ​ຄະນະ​ຜູ້​ແທນ​ສະຫະພາບ ​ເອີຣົບ Franz Jessen
(ພາບ: TTXVN )

(vovworld) – ​ ຕອນ​ບ່ານ​ວັນ​ທີ 19/8, ຢູ່​ສຳນັກງານ​ສະພາ​​ແຫ່ງ​ຊາດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ໃຫ້ການ​ຕ້ອນຮັບ​ ທ່ານ​ເອກ​ອັກຄະ​ລັດຖະທູດ, ຫົວໜ້າ​ຄະນະ​ຜູ້​ແທນ​ສະຫະພາບ ​ເອີຣົບ Franz Jessen, ​ເຂົ້າ​ຢ້ຽມ​ອຳ​ລາ ​ເນື່ອງ​ໃນ​ໂອກາດ​ສິ້ນ​ສຸດ​ການ​ປະຕິບັດໜ້າ​ທີ່​ການ​ທູດ​ຢູ່ ຫວຽດນາມ. ກ່າວ​ຄຳ​ເຫັນ​ທີ່​ການ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ຖື​ວ່າ: ​ໄລຍະ 5 ປີຜ່ານມາ, ການ​ພົວພັນ​ຮ່ວມ​ມື​ລະຫວ່າງ 2 ຝ່າຍ​ໄດ້​ມີ​​ບາດກ້າວ​ພັດທະນາອັນ​ຍາວນານ, ພັດທະນາ​ຢ່າງ​ເລິກ​ເຊິ່ງ, ກ້ວາງ​ຂວາງ. ການ​ຄ້າ 2 ສົ້ນ​ເຕີບ​ໂຕ​ເປັນ​ຢ່າງ​ດີ ບັນລຸ​​ໄດ້ 19 ຕື້ USD ​ໃນ 6 ​ເດືອນ​ຕົ້ນ​ປີ 2015, ​ເພີ່ມຂຶ້ນ 11% ​ເມື່ອ​ທຽບ​ໃສ່​ໄລຍະ​ດຽວ​ກັນ​ປີ 2014; 2 ຝ່າຍ​ກໍ​ໄດ້​ແລກ​ປຽນ​ຄະນະ​ຜູ້​ແທນ​ຂັ້ນ​ສູງ​ເປັນ​ປະຈຳ…​ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ປາດ​ຖະໜາວ່າ: ​ເຖິງ​ວ່າທ່ານ​ເອກ​ອັກຄະ​ລັດຖະທູດ ຈະຢູ່​ໃນ​ຖານະ​ຕຳ​ແໜ່​ງ​ໃດໆ ກໍ​ສືບ​ຕໍ່​ເພີ່ມ​ພູນ​ຄູນສ້າງສະໜັບສະໜູນ​ການຊຸກຍູ້​ສາຍ​ພົວພັນ​ມິດຕະພາບ ​ແລະ ການ​ຮ່ວມ​ມື​ລະ​ຫວ່າງສະພາ​ແຫ່ງ​ຊາດ ຫວຽດນາມ​ ​ແລະ ລັດຖະສະພາ ​ເອີຣົບ ກໍ​ຄື​ບັນດາ​ປະ​ເທດສະ​ມາ​ຊິກ; ສະໜັບສະໜູນ ​ແລະ ຍູ້​ໄວ​ວິວັດ​ການ​​ເຊັນ​ສັນຍາ​ການ​ຄ້າ​ເສລີ ຫວຽດນາມ - ອີ​ຢູ (PCA).

           ສ່ວນທ່ານ Franz Jessen ຕີ​ລາຄາ​ສູງ​ຜົນສຳ​ເລັດ​ຂອງສະພາ​ແຫ່ງ​ຊາດ ຫວຽດນາມ ​ໃນການຈັດ​ຕັ້ງ​ ກອງ​ປະຊຸມ​ໃຫຍ່​ສະຫະພັນ​ລັດຖະສະພາ​ສາກົນ IPU – 132 ຫວ່າງ​ແລ້ວ​ນີ້. ທ່ານ Franz Jessen ຢືນຢັນ​ວ່າ: ຈະ​ສືບ​ຕໍ່​ມານະ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ ​ເພື່ອ​ເພີ່ມ​ພູນ​ຄູນ​ສ້າງເຂົ້າ​ໃນ​ການ​ຊຸກຍູ້​ສາຍພົວພັນລະຫວ່າງ ຫວຽດນາມ - ອີ​ຢູ ​ໃນ​ທຸກ​ຂົງ​ເຂດ.

 

ຂ່າວ/ບົດ​ອື່ນ