ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຈລະຈາກັບປະທານສະພາສູງລາຊະອານາຈັກແບນຊິກ

ປະທານສະພາແຫ່ງຊາດຫງວຽນຊິງຮຸ່ງເຈລະຈາກັບປະທານສະພາສູງລາຊະອານາຈັກແບນຊິກ - ảnh 1
ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ
ທ່ານນາງ​ປະທານ Christine Defraigne ​ດຳ​ເນີນ​ການ​ເຈລະຈາ
(ພາບ: TTXVN)

(vovworld) –  ​ໂດຍ​​ໄດ້ຮັບ​ຄຳ​ເຊີນ​ຂອງ ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ, ຄະນະ​ຜູ້​ແທນ​ສະພາ​ສູງ​ລາຊະ​ອານາຈັກ​ແບນ​ຊິກ, ​ໂດຍ​ທ່ານ​ນາງ Christine Defraigne ປະທານ​ສະພາ​ສູງ​ນຳ​ໜ້າ ​ໄດ້​ມາ​ຮອດ​ຮ່າ​ໂນ້ຍ ​ເລີ່​ມຕົ້ນ​ການ​ຢ້ຽມຢາມ​ຫວຽດນາມ ຢ່າງ​ເປັນ​ທາງ​ການ. ຕອນ​ບ່າຍ​ວັນ​ທີ 3/11, ພິທີ​ຕ້ອນຮັບ​ຄະນະ​ຜູ້​ແທນ​ສະພາ​ສູງ​ລາຊະ​ອານາຈັກ ​ແບນ​ຊິກ ໄດ້​ຈັດ​ຕັ້ງ​ຢ່າງ​ສົມ​ກຽດ​ຢູ່​ຫໍ​ສະພາ​ແຫ່ງ​ຊາດ. ພາຍຫລັງ​ພິທີ​ຕ້ອນຮັບ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ແລະ ທ່ານນາງ​ປະທານ Christine Defraigne ​ໄດ້​ດຳ​ເນີນ​ການ​ເຈລະຈາ.

        ທ່ີ​ການ​ເຈລະຈາ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ປາດ​ຖະໜາ​ວ່າ:  2 ຝ່າຍ​ຈະ​ສືບ​ຕໍ່​ຜັນ​ຂະຫຍາຍ​ບັນດາ​ໂຄງການ​ທີ່ໄດ້​ຮັບ​ການ​ລົງ​ນາມຢ່າງ​ມີ​ປະສິດທິ​ຜົນ ​ແລະ ກ້າວ​ໄປ​ເຖິງ​ການ​ຮ່ວມ​ມື​​​​ແຮງ​ກ່ວາ​ອີກໃນ​ບັນດາ​ຂົງ​ເຂດ​ຈຸດ​ສຸມ​ບຸລິມະສິດ​ຄື​ພາລາ​ທິການ, ​ເຕັກ​ໂນ​ໂລ​ຢີສູງ, ການ​ເຕີບ​ໂຕ​ຂຽວ, ບຳລຸງ​ສ​້າງ, ສອນ​ວິຊາ​. ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ສະ​ແດງ​ຄວາມ​ຫວັງວ່າ: ​ແບນ​ຊິກ ຈະໜູນ​ຊ່ວຍ​ເພື່​ອສາມາດ​ລົງ​ນາມ​ໃນ​ສັນຍາ​ການ​ຄ້າ​ເສລີ​ລະຫວ່າງ ຫວຽດນາມ  ​ແລະ ອີ​ຢູ ​ໃນ​ປີ 2015 ​ໂດຍ​​ໄວ, ພ້ອມ​ທັງ ຮັບຮອງ​ເອົາ​ກົດ​ລະບຽບ​ເສດຖະກິດ​ການ​ຕະຫລາດ​ໃຫ້ ຫວຽດນາມ.

        ສ່ວນ​ທ່ານ​ນາງ​ປະທານ​ສະພາ​ສູງ ລາຊະ​ອານາຈັກ​ແບນ​ຊິກ Christine Defraigne ​ໃຫ້​ຮູ​້ວ່າ: ລັດຖະສະພາ ​ແບນ​ຊິກ ຍາມ​ໃດ​ກໍ​ສະໜັບສະໜູນ​ການ​ພົວພັນ​ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ ​ໃນ​ຕະຫລອດ​ໄລຍະ​ຜ່ານ​ມາ, ພິ​ເສດ ​ແບນ​ຊິກ ​ໄດ້​​ໃຫ້ສັດຕະຍາບັນ​ສັນຍາ​ຄູ່​ຮ່ວມ​ມື ​ແລະ ຮ່ວມ​ມື (PCA) ລະຫວ່າງ ຫວຽດນາມ ​ແລະ ອີ​ຢູ; ຢືນຢັນ​ວ່າ ​ແບນ​ຊິກ ຈະ​ສືບ​ຕໍ່​ຊຸກຍູ້ ​ເພື່ອ​ບັນດາ​ປະ​ເທດ​ສະມາຊິກ ອີ​ຢູ ອື່ນໆ ​ໃຫ້​ສັດຕະຍາບັນ​​ແກ່ສັນຍາ​ນີ້.

 

 

 

 

ຂ່າວ/ບົດ​ອື່ນ