ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ອວຍ​ພອນ​ສະ​ພາ​ແຫ່ງ​ຊາດ Tanzania

(VOVWORLD)- ດ້ວຍການສະໜັບສະໜູນຂອງທ່ານນາງປະທານສະພາແຫ່ງຊາດ Tanzania, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຈະໄດ້ຮັບການຊຸກຍູ້ຢ່າງແຮງກ່ວາອີກ,
ປະ​ທານ​ສະ​ພາ​ແຫ່ງ​ຊາດ​ຫວຽດ​ນາມ ເວືອງ​ດິງ​ເຫ້ວ ອວຍ​ພອນ​ສະ​ພາ​ແຫ່ງ​ຊາດ Tanzania - ảnh 1

 ທ່ານາງ Tulia Ackson (ພາບ: dailynews.co.tz)

ເນື່ອງໃນໂອກາດທ່ານນາງ ໄດ້ຮັບການເລືອກຕັ້ງເປັນປະທານສະພາແຫ່ງຊາດ ປະເທດສາທາລະນະລັດ ເອກະພາບ Tanzania ໃມວັນທີ 1 ກຸມພາປີ 2022, ວັນທີ 14 ກຸມພາ, ທ່ານປະທານສະພາແຫ່ງຊາດຫວຽດນາມ ເວືອງດິງເຫ້ວ ໄດ້ສົ່ງຈົດໝາຍອວຍພອນ.

ທ່ານປະທານສະພາແຫ່ງຊາດ ເວືອງດິງເຫ້ວ ສະແດງຄວາມເຊື່ອໝັ້ນວ່າ, ໃນໄລຍະຈະມາເຖິງ, ດ້ວຍການສະໜັບສະໜູນຂອງທ່ານນາງປະທານສະພາແຫ່ງຊາດ Tanzania, ການພົວພັນຮ່ວມມືລະຫວ່າງສະພາແຫ່ງຊາດສອງປະເທດ ຈະໄດ້ຮັບການຊຸກຍູ້ຢ່າງແຮງກ່ວາອີກ, ປະກອບສ່ວນນຳການພົວພັນ ແລະ ຮ່ວມມືລະຫວ່າງ ຫວຽດນາມ-Tanzania ນັບມື້ນັບພັດທະນາທັງລວງກ້ວາງ ແລລະ ລວງເລິກ ເພື່ອຜົນປະໂຫຍດອັນແດຈິງຂອງ ປຊຊ ສອງປະເທດ.

 

ຕອບກັບ

ຂ່າວ/ບົດ​ອື່ນ