ປະທານສະພາແຫ່ງຊາດເຂົ້າຮ່ວມພິທີປະກັບຫຼຽນໄຊເອກະລາດຊັ້ນ 2 ຢູ່ຄັງເງິນແຫ່ງລັດ

ປະທານສະພາແຫ່ງຊາດເຂົ້າຮ່ວມພິທີປະກັບຫຼຽນໄຊເອກະລາດຊັ້ນ 2 ຢູ່ຄັງເງິນແຫ່ງລັດ - ảnh 1
ປະທານ​ສະພາ​ແຫ່ງ​ຊາດ​ເຂົ້າ​ຮ່ວມ​ພິທີ
ປະ​ກັບ​ຫຼຽນ​​ໄຊເອກະລາດ​ຊັ້ນ 2 ຢູ່​ຄັງ​ເງິນ​ແຫ່ງ​ລັດ
(ພາບ: chinhphu.vn)

​(vovworld) - ຕອນ​ເຊົ້າ​ວັນ​ທີ 29/05, ຢູ່​ຮ່າ​​ໂນ້ຍ, ຄັງ​ເງິນ​ແຫ່ງ​ລັດຫວຽດນາມ ​ໄດ້​ຈັດ​ຕັ້ງ​ພິທີ​ຕ້ອນຮັບ​ຫຼຽນ​ໄຊ​​ເອກະລາດຊັ້ນ 2, ​ເຊິ່ງ​ເປັນ​ຫຼຽນ​ໄຊ​ອັນ​ສູງ​ສົ່ງ​ເຊິ່ງ​ພັກ ​ແລະ ລັດ​ໄດ້ມອບ​ໃຫ້ ​ແລະ ກອງ​ປະຊຸມ​ຜູ​້​ແທນ​ດີ​ເດັ່ນ​ຄັ້ງ​ທີ 4. ທີ່​ພິທີ, ​ໂດຍ​ຕາງໜ້າ​ການ​ນຳ​ພັກ, ລັດ, ທ່ານ​ປະທານ​ສະພາ​ແຫ່ງ​ຊາດ ຫງວຽນ​ຊິງ​ຮຸ່ງ ​ໄດ້​ປະດັບ​ຫຼຽນ​ໄຊ​​ເອກະລາດຊັ້ນ 2 ​ໃຫ້ຄັງ​ເງິນ​ແຫ່ງ​ລັດ, ກົງ​ກັບ​​ວັນສ້າງ​ຕັ້ງ​ຄັງ​ເງິນ​ແຫ່ງ​ລັດ (29/05).

        ກ່າວ​ຄຳ​ເຫັນ​ທີ່​ພິທີ, ທ່ານ​ຮອງ​ນາຍົກລັດຖະມົນຕີ ຫວູວັນ​ນິງ ​ໄດ້​ອວຍພອນ​ ​ແລະ ຍ້ອງຍໍ​ຊົມ​ເຊ​ີຍບັນດາ​ຜົນງານ​ເຊິ່ງຄັງ​ເງິນ​ແຫ່ງ​ລັດ ບັນລຸ​ໄດ້. ​ໃນ​ທ່າ​ອ່ຽງ​ເຊື່ອມ​ໂຍງ ​ແລະ ພັດທະນາ, ທ່ານ​ຮອງ​ນາຍົກລັດຖະມົນຕີສະ​ເໜີ​ໃຫ້ຄັງ​ເງິນ​ແຫ່ງລັດ ຕ້ອງນຳ​ໜ້າ​ໃນ​ການປະຕິ​ຮູບ​ດ້ານການ​ບໍລິຫານ, ນຳ​ໃຊ້​ເຕັກ​ໂນ​ໂລ​ຊີ… ​ເພື່ອ​ຕອບ​ສະ​ໜອງ​ຄວາມ​ຮຽກຮ້ອງ​ຕ້ອງການ​​ແຫ່ງ​ພາລະກິດ​ປ່ຽນ​ໃໝ່​ຂອງ​ປະ​ເທດຊາດ.

ຂ່າວ/ບົດ​ອື່ນ