ປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ກຸ່ມບໍລິສັດ Viettel

(VOVWORLD) -ກຸ່ມບໍລິສັດພວມດຳເນີນທຸລະກິດທີ່ 10 ປະເທດຢູ່ 3 ທະວີບ. ສຳລັບ ກຳປູເຈຍ ເຊິ່ງແມ່ນຕະຫຼາດຕ່າງປະເທດທຳອິດ ແລະ ກໍ່ແມ່ນໜຶ່ງໃນບັນດາຕະຫຼາດບັນລຸປະສິດທິຜົນທີ່ສຸດຂອງ Viettel.
ປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ຢ້ຽມຢາມ ກຸ່ມບໍລິສັດ Viettel - ảnh 1ທ່ານປະທານສະພາແຫ່ງຊາດ Samdech Heng Samrin ຢ້ຽມຢາມກຸ່ມບໍລິສັດ Viettel
(ພາບ: TTXVN)

        ຕອນເຊົ້າວັນທີ 12 ກັນຍາ, ໃນຂອບເຂດການຢ້ຽມຢາມ ຫວຽດນາມ ຢ່າງເປັນທາງການ, ທ່ານປະທານສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ Samdech Heng Samrin ໄດ້ໄປຢ້ຽມຢາມກຸ່ມບໍລິສັດອຸດສາຫະກຳ - ໂທລະຄົມມະນາຄົມກອງທັບ (Viettel).

        ແນະນຳກັບຄະນະຜູ້ແທນຂັ້ນສູງສະພາແຫ່ງຊາດແຫ່ງລາຊະອານາຈັກ ກຳປູເຈຍ ກ່ຽວກັບກຸ່ມບໍລິສັດ, ທ່ານພັນເອກ ຕ່າວດຶກທັງ, ປະທານ ທັງເປັນຜູ້ອຳນວຍການໃຫຍ່ Viettel ໃຫ້ຮູ້ວ່າ, ກຸ່ມບໍລິສັດພວມດຳເນີນທຸລະກິດທີ່ 10 ປະເທດຢູ່ 3 ທະວີບ. ສຳລັບ ກຳປູເຈຍ ເຊິ່ງແມ່ນຕະຫຼາດຕ່າງປະເທດທຳອິດ ແລະ ກໍ່ແມ່ນໜຶ່ງໃນບັນດາຕະຫຼາດບັນລຸປະສິດທິຜົນທີ່ສຸດຂອງ Viettel.

        ສ່ວນທ່ານປະທານສະພາແຫ່ງຊາດ ກຳປູເຈຍ ໄດ້ຂອບໃຈບໍລິສັດ Viettel, ຜ່ານບໍລິສັດ Metfone, ໄດ້ປະຕິບັດພາລະບົດບາດ ແມ່ນບໍ່ພຽງແຕ່ປະກອບສ່ວນຢ່າງໃຫຍ່ຫຼວງໃຫ້ແກ່ການພັດທະນາເສດຖະກິດ, ສະໜອງພື້ນຖານໂຄງລ່າງດ້ານໂທລະຄົມມະນາຄົມທີ່ມີຄຸນນະພາບສູງ, ຊຸກຍູ້ການຫັນເປັນດີຈີຕອນຢູ່ ກຳປູເຈຍ ເທົ່ານັ້ນ, ຫາກຍັງສ້າງວຽກເຮັດງານທຳໃຫ້ແກ່ປະຊາຊົນຂອງປະເທດນີ້, ຜ່ານນັ້ນ, ກາຍເປັນແບບຢ່າງບັນລຸຜົນສຳເລັດຂອງການພົວພັນຮ່ວມມືໃນຫຼາຍຂົງເຂດລະຫວ່າງ 2 ປະເທດອີກດ້ວຍ.

ຕອບກັບ

ຂ່າວ/ບົດ​ອື່ນ