ປະທານາທິບໍດີ D.Trumpແຕ່ງຕັ້ງການນຳກະຊວງຍຸຕິທຳ,ປ້ອງກັນຄວາມສະຫງົບແລະສ

ປະທານາທິບໍດີ D.Trumpແຕ່ງຕັ້ງການນຳກະຊວງຍຸຕິທຳ,ປ້ອງກັນຄວາມສະຫງົບແລະສ - ảnh 1
                                   ທ່ານ Donald Trump

(vovworld)-​ ວັນ​ທີ 18/11, ປະ​ທາ​ນາ​ທິ​ບໍ​ດີ​ຜູ້​ທີ່​ຊະ​ນະ​ໃນ​ການ​ເລື​ອກ​ຕັ້ງ​ຢູ່​ອາ​ເມ​ລີ​ກາ Donald Trump ໄດ້​ປະ​ກາດ​ຢ່າງ​ເປັນ​ທາງ​ການ​ກ່ຽວ​ກັບ​ການ​ແຕ່ງ​ຕັ້ງ ການ​ນຳ​ຂັ້ນ​ສູງ 3 ທ່ານ​ໃນ​ຖັນ​ແຖວ​ປະ​ຕິ​ບັດ​ກົດ​ໝາຍ ແລະ ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ. ໃນ​ຖະ​ແຫລງ​ການ​ອອກ​ໃນ​ເວັບ​ໄຊ​ຂອງ​ຕົນ, ປະ​ທາ​ນາ​ທິ​ບໍ​ດີ D. Trump ໄດ້​ຮັບ​ຮູ້​ວ່າ: ເລືອກ​ເຟັ້ນ​ສະ​ມາ​ຊິກ​ສະ​ພາ​ສູງ ລັດ Alabama, Jeff Sessions ດຳ​ລົງ​ຕຳ​ແຫນ່ງ​ລັດ​ຖະ​ມົນ​ຕີ​ກະ​ຊວງ​ຍຸ​ຕິ​ທຳ, ສະ​ມາ​ຊິກ​ສະ​ພາ​ຕ່ຳ Kansas Mike Pompeo ດຳ​ລົງ​ຕຳ​ແຫນ່ງ​ຜູ້​ອຳ​ນວຍ​ການ​ອົງ​ການ​ສືບ​ລາ​ຊະ​ການ​ລັບ​ສູນ​ກາງ CIA ແລະ ນາຍ​ພົນ​ອອກ​ກິນ​ເບ້ຍ​ບຳ​ນານ Michael Flynn ດຳ​ລົງ​ຕຳ​ແຫນ່ງ​ຜູ້​ທີ່​ປຶກ​ສາ​ການ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ແຫ່ງ​ຊາດ. ຄຳ​ຖະ​ແຫລງ​ດັ່ງ​ກ່າວ ກໍ​ຮັບ​ຮູ້​ວ່າ: 3 ທ່ານ​ໄດ້​ເຫັ​ນ​ດີ​ຕໍ່​ຄຳ​ສະ​ເຫນີ​ຂອງ​ທ່ານ Trump.

 

ຕອບກັບ

ຂ່າວ/ບົດ​ອື່ນ